ລັດ New York ສືບຕໍ່ແມ່ນລັດມີຜູ້ຕິດເຊື້ອຫຼາຍທີ່ສຸດ ໂດຍກວມເອົາເຄິ່ງໜຶ່ງຈໍານວນຜູ້ຕິດເຊື້ອຂອງອາເມລິກາ, ຖັດມາແມ່ນລັດ New Jersey, ບ່ອນທີ່ຢັ້ງຢືນມີກວ່າ 11.100 ກໍລະນີຕິດເຊື້ອໂຄວິດ - 19. ວັນທີ 28 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ ຈະບໍ່ປິດລ້ອມລັດ New York. ເຖິງຢ່າງໃດກໍຕາມ, ທ່ານຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ຮັບຜິດຊອບດ້ານສາທາລະນະສຸກລະຫວ່າງລັດ ປະກາດຄໍາກ່າວເຕືອນຢ່າງແຂງແຮງ ກ່ຽວກັບການໄປ - ມາ ແທນທີ່ຄໍາສັ່ງປິດລ້ອມ.

ຢູ່ອັງກິດ, ພາຍຫຼັງທ່ານນາຍົກລັດຖະມົນຕີ Boris Johnson ແລະ ທ່ານລັດຖະມົນຕີກະຊວງສາທາລະນະສຸກ Matt Hancock ປະກາດວ່າຕິດເຊື້ອໄວຣັດ SARS – CoV - 2, ວັນທີ 28 ມີນາ, ທ່ານສາດສະດາຈານ Chris Whitty, ຫົວໜ້າຄະນະທີ່ປຶກສາດ້ານສາທາລະນະສຸກຂອງລັດຖະບານອັງກິດ ພ້ອມກັບທ່ານ Alister Jack ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດອັງກິດ ຮັບຜິດຊອບເຂດ Scotland ໃຫ້ຮູ້ວ່າ ເຂົາເຈົ້າມີອາການຕິດເຊື້ອໄວຣັດ SARS – CoV – 2 ແຕ່ຢູ່ໃນອາການເບົາ ແລະ ຕັດສິນໃຈປະຕິບັດການແຍກຕົວດ້ວຍຕົນເອງ.

ສ່ວນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ລັດຖະບານ ອິນໂດເນເຊຍ ໃຫ້ຮູ້ວ່າ, ໄລ່ຮອດທ້າຍວັນທີ 28 ມີນາ, ຈໍານວນຜູ້ເສຍຊີວິດຢູ່ປະເທດນີ້ ໄດ້ລື່ນກາຍລະດັບ 100 ຄົນແລ້ວ, ເຊິ່ງເປັນປະເທດມີຜູ້ເສຍຊີວິດຫຼາຍທີ່ສຸດຂອງອາຊຽນ. ມາເລເຊຍ ພັດເປັນປະເທດມີຈໍານວນຜູ້ຕິດເຊື້ອສູງສຸດຂອງ ອາຊຽນ ດ້ວຍຍອດຈໍານວນຜູ້ຕິດເຊື້ອທັງໝົດແມ່ນ 2.320 ຄົນ.