ອົງການອະນາໄມໂລກ (WHO) ແລະ ກະຊວງສາທາລະນະສຸກ ອາຟະລິກາໃຕ້ ຫາກໍ່ມີແຈ້ງການຢ່າງເປັນທາງການກ່ຽວກັບການເກີດເຫດດ້ານສາທາລະນະສຸກຢ່າງຮ້າຍແຮງທີ່ເກີດຂຶ້ນຢູ່ກຳປັ່ນທ່ອງທ່ຽວ MV Hondius ທີ່ພວມເດີນທາງຢູ່ມະຫາສະໝຸດປາຊີຟິກ. ບົດລາຍງານໄດ້ຍົກອອກມາໃນຕອນຄ່ຳວັນທີ 03 ພຶດສະພາ ຢັ້ງຢືນວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 3 ຄົນ, ໃນນັ້ນໝາກຜົນການວິໄຈໃນຫ້ອງທົດລອງໄດ້ຢັ້ງຢືນວ່າ ເກີດມີໄວຣັດ Hanta, ເຊິ່ງແມ່ນໄວຣັດກໍ່ໃຫ້ເກີດພະຍາດດ້ານລະບົບຫາຍໃຈອັນຕະລາຍ.
ກຳປັ່ນລຳນີ້ໂດຍບໍ່ລິສັດທ່ອງທ່ຽວ Oceanwide Expeditions ມີສຳນັກງານຕັ້ງຢູ່ ໂຮນລັງ ບໍລິຫານ. WHO ພວມສົມທົບກັບບັນດານັກເຄື່ອນໄຫວບັນຊາກຳປັ່ນ ແລະ ອຳນາດການປົກຄອງຂອງປະເທດທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາພະຍາດເກີດຂຶ້ນເມື່ອກຳປັ່ນພວມເດີນທາງຈາກ Ushuaia, ອາກຊັງຕິນ ໄປ Cape Verde.




