ໃນວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ແລະ ວັນບຸນ 30 ເມສາ - 1 ພຶດສະພາແກ່ຍາວ, ຊຸກຍູ້ຄວາມຕ້ອງການທ່ອງທ່ຽວເພີ່ມຂຶ້ນສູງ, ຊ່ວຍນະຄອນໂຮ່ຈີມິນຮັບຮູ້ ຈຳນວນແຂກທ່ອງທ່ຽວຫຼາຍທີ່ສຸດ. ຕາມພະແນກທ່ອງທ່ຽວນະຄອນໂຮ່ຈີມິນແລ້ວ, ໃນ 9 ວັນແຕ່ວັນທີ 25 ເມສາ ຫາວັນທີ 3 ພຶດສະພາ, ຄາດວ່າ ທາງນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 190.000 ເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນ 1,5 ລ້ານເທື່ອຄົນ. ເພື່ອຮັບໃຊ້ຄວາມຕ້ອງການດ້ານການທ່ອງທ່ຽວເພີ່ມຂຶ້ນສູງໃນຍາມພັກແລ້ງເວົ້າລວມ, ພິເສດແມ່ນໂອກາດວັນພັກ ບຸນໄຫ້ວບູຊາເຈົ້າຊີວິດ ຮຸ່ງ 30 ເມສາ ແລະ 1 ພຶດສະພາ, ຂະແໜງທ່ອງທ່ຽວນະຄອນໂຮ່ຈີມິນໄດ້ຜັນຂະຫຍາຍຫຼາຍໂຄງການກະຕຸກຊຸກຍູ້, ແນະນຳຜະລິດຕະພັນ, ການບໍລິການທ່ອງທ່ຽວໃໝ່ເດືອບ 1000 ຢ່າງ. ພົ້ນເດັ່ນແມ່ນວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 22 ດ້ວຍຫົວຂໍ້ “ລະດູຮ້ອນວຽນມາຢ່າງຟົດຟື້ນ” ແລະ ວັນບຸນເຂົ້າຈີ 2026 ເຊິ່ງດຶງດູດການເຂົ້າຮ່ວມຂອງປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍ.





