ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສດ​ຖະ​ກິດ ພາກ​ພື້ນ ​ນາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ (EAP) ທີ່​ປະ​ກາດ​ໃນ​ວັນ​ທີ 6 ຕຸ​ລາ, ຂອງ​ທະ​ນາ​ຄານ​ໂລກ (WB), ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຄາດ​ຄະ​ເນ​​ວ່າແມ່ນ ພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ແຮງ​ທີ​ສຸດ​ຢູ່​ພາກ​ພື້ນ EAP, ຍ້ອນ​ການ​ບຸກ​ທະ​ລຸ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຢີ​ສູງ ພ້ອ​ມ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ, ກໍ່​ຄື​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ. ຕາມ​ການ​ຕີ​ລາ​ຄາ​ຂອງ WB, ເສດ​ຖະ​ກິດ ຫວຽດ​ນາມ ຮັບ​ຮູ້​ທ່າ​ບຸກ​ທະ​ລຸ​ເປັນ​ໜ້າ​ປະ​ທັບ​ໃຈ​ເມື່ອ​ການ​ເຕີບ​ໂຕ​ບັນ​ລຸ 8,02%ໃນ​ປີ 2025 ແລະ ສືບ​ຕໍ່​ເພີ່ມ​ຄວາມ​ໄວ​ຂຶ້ນ​ເຖິງ 8,3%ໃນ 6 ເດືອນ​ຕົ້ນ​ປີ 2026, ກາຍ​ເປັນ​ປະ​ເທດ​ມີ​ລະ​ດັບ​ເຕີບ​ໂຕ​ນຳ​ໜ້າ​ພາກ​ພື້ນ. ກຳ​ລັງ​ໜູນ​ຫຼັກ​ທີ່​ຊຸກ​ຍູ້​ການ​ເປີດກວ້າງ​ນີ້ແມ່ນ​ມາ​ຈາກ​ຂະ​ແໜງ​ການ​ຜະ​ລິດ​, ສົ່ງ​ອອກ ແລະ ການ​ລົງ​ທຶນ​ສາ​ທາ​ລະ​ນະ. ນອກ​ຈາກ​ນັ້ນ, ແຫຼ່ງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ໃນ 6 ເດືອນ​ຕົ້ນ​ປີ ກໍ່​ບັນ​ລຸ​ລະ​ດັບ​ສູງ​ທີ່​ສຸດ​ໃນ 5 ປີ​ຜ່ານ​ມາ.