ມະຕິເລກມີ 26 ຂອງກົມການເມືອງທີ່ອອກໃນວັນທີ 22 ສິງຫາ 2026 ກ່ຽວກັບການພັດທະນາການທ່ອງທ່ຽວ ຫວຽດນາມ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນສັງກາດໃໝ່ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການຍົກສູງຄຸນນະພາບ, ປະສິດທິຜົນ ແລະ ຄຸນຄ່າເພີ່ມຂອງຂະແໜງ. ຕາມທ່ານ ໂຮ່ອານຟອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລ້ວ, ເພື່ອປະຕິບັດສຳເລັດມະຕິສະບັບນີ້, ຂະແໜງການທ່ອງທ່ຽວຕ້ອງສ້າງໂຄງປະກອບຄືນໃໝ່, ເອົາໃຈໃສ່ເຖິງມູນຄ່າທີ່ການທ່ອງທ່ຽວນຳມາໃຫ້, ຄື: ຍອດລາຍຮັບ, ກຳໄລຈາກແຂກທ່ອງທ່ຽວ, ຜົນປະໂຫຍດຂອງປະຊາຄົມ ແລະ ບັນດາເຈົ້າກຳທີ່ເຮັດການທ່ອງທ່ຽວ; ຄວາມເພິ່ງພໍໃຈ ແລະ ການກັບຄືນມາທ່ຽວຂອງແຂກທ່ອງທ່ຽວສາກົນ. ພ້ອມທັງຕ້ອງເອົາໃຈໃສ່ເຖິງການພັດທະນາວິສາຫະກິດເພື່ອພ້ອມກັນສ້າງບັນດາເຄື່ອງໝາຍການຄ້າທີ່ມີຄວາມເຂັ້ງແຂງຢ່າງພຽງພໍ, ມີຄວາມສາມາດແກ້ງແຍ້ງກັບສາກົນ; ມີການປ່ຽນແປງໃໝ່ຢ່າງຮອບດ້ານ, ຈາກການພັດທະນາພື້ນຖານໂຄງລ່າງຕະຫຼອດຮອດ ຊັບພະຍາກອນມະນຸດ; ການປ່ຽນແປງໃໝ່ ວຽກງານໂຄສະນາ, ສົ່ງເສີມການທ່ອງທ່ຽວ, ໂຄສະນາພາບພົດຂອງປະເທດຊາດຢ່າງແຮງເພື່ອຍົກສູງເຄື່ອງໝາຍສະຖານທີ່ທ່ອງທ່ຽວ. ພິເສດ, ຕ້ອງຍົກສູງຄວາມສາມາດໃນການຮັບໃຊ້, ສ້າງປະຊາຄົມເຮັດການທ່ອງທ່ຽວ ແລະ ພັດທະນາຊັບພະຍາກອນມະນຸດເພື່ອຍົກສູງຄຸນນະພາບການທ່ອງທ່ຽວ.







