ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ລະ​ດັບ​ຊາດ​ດ້ວຍ​ຫົວ​ຂໍ້ “ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ໃນ​ກາ​ນ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ສັງ​ກາດ​ໃໝ່” ຈ​ະ​ດຳ​ເນີນ​ໃນ​ວັນ​ທີ 10 ຕຸ​ລາ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ​ທີ່ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ແລະ ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ. ກອງ​ປະ​ຊຸມ​ສຳ​ມະ​ນາ​ສຸມ​ໃສ່​ປຶກ​ສາ​ 3 ກຸ່ມ​ເນື້ອ​ໃນ​ຄື: ເຮັດ​ແຈ້ງ​ບັນ​ດາ​ທັດ​ສະ​ນະ​ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ພັດ​ທະ​ນາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ ແລະ ກຳ​ລັງ​ແຮງ​ດ້ານ​ວັດ​ນະ​ທຳ, ຊາວ​ຫວຽດ​ນາມ​ໃນ​ສັງ​ກາດ​ໃໝ່ ແລະ ສ້າງ​ລະ​ບົບ​ຄຸນ​ຄ່າ, ມາດ​ຖານ ແລະ ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ​ທີ່​ເໝາ​ະສົມ, ກຳ​ນົດບັນ​ດາ​ຈຸດ​ອຸ​ດ​ຕັ້ນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີ​ມ​ຂະ​ຫຍາຍ​ຄຸນ​ຄ່າ​​ວັດ​ທະ​ນະ​ທຳ​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ວັດ​ທະ​ນະ​ທຳ; ສະ​ເໜີແນະ​​ປັບ​ປຸງນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ຮັກ​ແໜ້ນ​ ​ລະ​ບຽບ​ວິ​ໄນ​ໃນ​ການ​ປະ​ຕິ​ບັດ ເພື່ອ​ຂຸດ​ຄົ້ນ​ແຫຼ່ງ​ກຳ​ລັງ​ຕ່າງໆ, ສ້າງ​​ພື້ນ​ທີ່ໃໝ່ ແລະ ແຮງ​ຂັບ​ເຄື່ອນໃໝ່​ໃຫ້​ແກ່ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.