ໃນຕອນບ່າຍ ຂອງວັນທີ 24/8, ຢູ່ ຮ່າໂນ້ຍ, ກອງປະຊຸມ ວິສາມັນ ຄັ້ງທີ ປະຖົມມະເລິກ, ສະພາແຫ່ງຊາດ ຊຸດທີ XVI ໄດ້ອັດລົງ ຢ່າງເປັນທາງການ ພາຍຫຼັງ ດຳເນີນການປະຊຸມ 2 ໄລຍະ ເປັນເວລາ 17 ວັນເຮັດວຽກ. ວາລະອັດກອງປະຊຸມ ໄດ້ຮັບການຖ່າຍທອດສົດ ທາງວິທະຍຸ ແລະ ໂທລະພາບ ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ໂທລະພາບ ຫວຽດນາມ.
ດ້ວຍໜ້າທີ່ຈຸດສຸມ ແມ່ນວຽກງານນິຕິບັນຍັດ ແລະ ການຕັດສິນ ບັນດາບັນຫາ ສຳຄັນ ຂອງປະເທດຊາດ ຕາມຄວາມຮຽກຮ້ອງຕ້ອງການໃນຕົວຈິງ, ກອງປະຊຸມ ໄດ້ສະແດງໃຫ້ເຫັນ ຄວາມຕັດສິນໃຈດ້ານການເມືອງ, ຈິດໃຈເປັນເຈົ້າການ, ການກະທຳຢ່າງເດັດຂາດ ແລະ ແທ້ຈິງ ຂອງສະພາແຫ່ງຊາດ, ລັດຖະບານ, ບັນດາອົງການ ໃນການຫັນ ບັນດາແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ແລະ ການຈັດຕັ້ງປະຕິບັດໃນທັນທີ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງຫວັງ ຂອງປະຊາຊົນ, ວິສາຫະກິດ, ໂດຍບໍ່ຊັກຊ້າ ແລະ ບໍ່ໃຫ້ພາດໂອກາດ ພັດທະນາ ຂອງປະເທດຊາດ.ກ່າວອັດກອງປະຊຸມ, ທ່ານປະທານສະພາ ແຫ່ງຊາດ ເຈີ່ນແທັງເໝິ້ນ ໄດ້ເນັ້ນໜັກວ່າ:
“ສະພາແຫ່ງຊາດ ໄດ້ພິຈາລະນາ ຕົກລົງ ຮັບຮອງເອົາ 7 ມະຕິສຳຄັນ ທີ່ມີຄວາມໝາຍ ຍຸດທະສາດ ຕໍ່ກັບ ການພັດທະນາ ຂອງປະເທດຊາດ, ເປີດສະຖານທີ່ ການພັດທະນາ ໃໝ່, ຊຸກຍູ້ ການເຊື່ອມຕໍ່ ພື້ນຖານໂຄງລ່າງ, ຮັບປະກັນ ຄວາມໝັ້ນຄົງດ້ານພະລັງງານ, ພັດທະນາ ຕົວເມືອງ, ຍົກສູງ ປະສິດທິຜົນ ການນຳໃຊ້ ບັນດາແຫຼ່ງກຳລັງ ພັດທະນາ ແລະ ປະຕິບັດສຳເລັດເປົ້າໝາຍນຳການເຕີບໂຕບັນລຸລະດັບສອງຕົວເລກ. ເພື່ອໃຫ້ ບັນດານະໂຍບາຍຊີ້ຂາດ ຂອງສະພາແຫ່ງຊາດ ເຂົ້າຊີວິດຕົວຈິງໂດຍໄວ, ວຽກງານ ຈັດຕັ້ງປະຕິບັດ ຈຳເປັນຕ້ອງໄດ້ຮັບ ການຜັນຂະຫຍາຍ ຢ່າງຮອບດ້ານ, ຮີບດ່ວນ, ມີແບບມີແຜນ, ສະເໜີໃຫ້ ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນເຈົ້າການ ປະກາດໃຊ້ ບັນດາເອກະສານ ຢ່າງຄົບຖ້ວນ ຕາມສິດອຳນາດ ແລະ ກະກຽມ ບັນດາເງື່ອນໄຂ ທີ່ຈຳເປັນເພື່ອປະຕິບັດບັນດາກົດໝາຍ, ມະຕິ ໃນທັນທີ ຕັ້ງແຕ່ເວລາທີ່ມີຜົນບັງຄັບໃຊ້.”






