ແລະ ​ເປັນ​ປະ​ທານຮ່ວມການ​ສົນທະນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ຄັ້ງ​ທີ 1 ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກກະ​ທຳເພື່ອປະ​ຊາ​ຊົນ ສິງ​ກະ​ໂປ​, ເຊິ່ງ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ວັນ​ທີ 24 – 25 ສິງ​ຫາ​, ຕາມ​ຄຳ​ເຊີນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ກະ​ທຳເພື່ອປະ​ຊາ​ຊົນ ສິງ​ກະ​ໂປ​.

​ການ​ປະ​ຕິ​ບັດ​ງານ​ຢູ່ ສິງ​ກະ​ໂປ ຂອງ​ທ່ານ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິການ ເຈິ່ນ​ເກີ້ມ​ຕູ໋ ມີຄວາມ​ໝາຍ​ພິ​ເສດ ດ້ວຍ​ບັນ​ດາ​ຂີດ​ໝາຍ​ທຳ​ອິດ​, ນັ້ນ​ແມ່ນ​: ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ຜູ້​ປະ​ຈຳ​ການ ຄະ​ນະ​ເລ​ຂາທິການ ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ​. ນີ້​ກໍ່ແມ່ນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ກົນ​ໄກການສົນທະນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ​ ທີ່​ການ​ນຳ​ສອງ​ປະ​ເທດ​ຫາ​ກໍ່​ເປັນ​ເອ​ກະ​ພາບກັນ​ສ້າງ​ຕັ້ງ​ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສິງ​ກະ​ໂປ ຂອງ​ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ເດືອນ ພຶດ​ສະ​ພາ ຜ່ານ​ມາ​. ປະ​ຈຸ​ບັນ​, ຫວຽດ​ນາມ ແມ່ນ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທຳ​ອິດທີ່ມີ​ກົນ​ໄກ​ຄ້າຍ​ຄື​ກັນ​ກັບ​ພັກກະ​ທຳເພື່ອປະ​ຊາ​ຊົນ ສິງ​ກະ​ໂປ​.