ວັນ​ທີ 23 ສິງ​ຫາ, ບັນ​ດາ​ຄະ​ນະ​ຜ​ູ້​ແທນ​ຂັ້ນ​ສູງ​ຂອງ ຊີ​ຣີ ແລະ ອິດ​ສະ​ຣາ​ແອັນ ໄດ້​ຈັດ​ການ​ເຈ​ລະ​ຈາ​ຢູ່ ຈໍ​ແດນ ພາຍ​ໃຕ​້​ເປັນ​ກາງ​ຂອງ ອາ​ເມ​ລິ​ກາ, ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ມາດ​ຕະ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ມາ​ນະ​ພະ​ຍາ​ຍາມ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາຄືນ​ໃໝ່ ແນ​ໃສ່​ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ວ່າດ້ວຍຄວາມ​ໝັ້ນ​ຄົງ.

ຕາມ​ແຫຼ່ງ​ຂ່າວ​ທາງ​ການ​ທູດ, ບັນ​ດາ​ການ​ປຶກ​ສາ​ຫາ​ລື​ໄດ້​ສຸມ​ໃສ່​ການ​ສ້າງ​ກົນ​ໄກ​ຕົວ​ຈິງ​ເພື່ອ​ຢຸດ​ຕ​ິ​ບັນ​ດາ​ການ​ບຸກ​ໂຈມ​ຕີ, ​ການຈັບ​ຕົວ ແລະ ການ​ເຄື່ອນ​ໄຫວ​ແນ​ໃສ່ບັນ​ດາ​ເປົ້າ​ໝາຍ​ຂອງ ອິດ​ສະ​ຣາ​ແອັນ ແລະ ຊີ​ຣີ, ພ້ອມ​ກັນ​ນັ້ນ ກໍ່ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ວ່າດ້ວຍຄວາມ​ໝັ້ນ​ຄົງ​ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ຂໍ້​ຕົກ​ລົງ​ຢ່າງ​ຮອບ​ດ້ານ​ກວ່າໃນ​ອະ​ນາ​ຄົດ​. ໄປຄຽງຄູ່​ກັນ​ນັ້ນ, ກາ​ນ​ເຈ​ລະ​ຈາກໍ່​ເຕື້ອງ​ເຖິງ​ຄວາມ​ມາ​ນະ​ພະ​ຍາ​ຍາ​ມ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ ຕວັກ​ກີ ແລະ ອິດ​ສະ​ຣາ​ແອັນ, ຜ່ານນັ້ນ ກໍ່​ສະ​ກັດ​ກັ້ນ​ຄວາມ​ເຄັ່ງ​ຕຶງ​ແຜ່ລາມອອກໄປ​ສູ່​ເຂດ​ດິນ​ແດນ ຊີ​ຣີ.