(ພາບ: VOV)
ລາຍການໂດຍໜັງສືພິມ ເຍີນເຢີນ ແລະ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ສົມທົບກັນຈັດຕັ້ງ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ.
ເປີດສາກລາຍການດ້ວຍພິທີຊັກທຸງຊາດຂຶ້ນເສົາທີ່ເຄັ່ງຂຶມ. ໃນເວລາຊັກທຸງຊາດ, ບັນດາຜູ້ແທນ, ນັກສະແດງ ແລະ ຜູ້ຊົມພ້ອມກັນຮ້ອງເພງຊາດ ຫວຽດນາມ.
ກ່າວຄຳເຫັນທີ່ລາຍການ, ທ່ານ ເລກວັກມິງ, ບັນນາທິການໃຫຍ່ໜັງສືພິມ ເຍີນເຢີນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມ ນັກຂ່າວ ຫວຽດນາມ, ເນັ້ນໜັກວ່າ:
“ພວກເຮົາພວມຫຍັບມໍ່ເຂົ້າກັບບັນດາຂີດໝາຍທີ່ສັກກະບູຊາຄື: 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ໃນປີ 2030, 100 ປີແຫ່ງວັນສ້າງຕັ້ງປະເທດຊາດໃນປີ 2045. ເສັ້ນທາງໃນຕໍ່ໜ້າຍັງມີຫຼາຍສິ່ງທ້າທາຍ, ແຕ່ແນ່ນອນວ່າພວກເຮົາຕ້ອງຜ່ານຜ່າ ຍ້ອນວ່າ ພວກເຮົາມີສິ່ງພິເສດ, ນັ້ນແມ່ນ: ປະເທດຊາດໃນດວງໃຈແຕ່ລະຄົນ. ນຳ້ໃຈນັ້ນກໍ່ແມ່ນແຫຼ່ງບັນດານໃຈໃນຕະຫຼອດລາຍການສະແດງສິລະປະມື້ນີ້. ຈາກອະດິດຕະການທີ່ສະຫງ່າອົງອາດຂອງວິວັດການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຄວາມເຊື່ອໝັ້ນຕໍ່ ພັກ ແລະ ປະທານ ໂຮ່ຈິມິນ ໄປເຖິງຄວາມເອກອ້າງທະນົງໃຈ, ເຈດຈຳນົງອຸທິດສ່ວນ ແລະ ແງ່ຫວັງສ້າງສາອະນາຄົດ. ດົນຕີພ້ອມກັບເຕັກໂນໂລຊີການສະແດງທີ່ທັນສະໄໝ ຈະປະສານເຂົ້າກັນເພື່ອໃຫ້ເລື່ອງລາວກ່ຽວກັບປະເທດຊາດ ໄດ້ຮັບການຮັກສາ ດ້ວຍການເສຍສະຫຼະຊີວິດ, ໄດ້ສ້າງສາດ້ວຍການອອກແຮງງານ ແລະ ຍາມໃດກໍ່ປະກົດໃນດວງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ”.





