(ພາບ: unn.ua)
ວັນທີ 23 ສິງຫາ, ການນຳບັນດາປະເທດ ເອີລົບເໜືອ - ບາຕິກ (NB8) ແລະ ຢູແກຼນ ໄດ້ອອກຖະແຫຼງການຮ່ວມ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ກີແອັບ ຢ່າງຮອບດ້ານ. ຖະແຫຼງການຮ່ວມໄດ້ຍົກອອກມາທີ່ກອງປະຊຸມສຸດຍອດລະຫວ່າງ ຢູແກຼນ ແລະ ບັນດາປະເທດ ເອີລົບເໜືອ - ບາຕິກ (NB8) ທີ່ຈັດຂຶ້ນຢູ່ ກີແອັບ.
ລະອຽດແມ່ນ, ຖະແຫຼງການຮ່ວມຢືນຢັນການສະໜັບສະໜູນຂອງ NB8 ສຳລັບ ກີແອັບ ໃນການປະທະກັນກັບ ລັດເຊຍ, ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍດ້ານການເມືອງ, ການທະຫານ, ການເງິນ, ມະນຸດສະທຳ, ເສດຖະກິດ; ພ້ອມກັນນັ້ນ, ກໍ່ສະໜັບສະໜູນຄືນໃໝ່ວິວັດການເຂົ້າເປັນສະມາຊິກສນະຫະພາບ ເອີລົບ (ອີຢູ) ຂອງ ກີແອັບ, ລວມທັງເລື່ອງເປິດບັນດາກຸ່ມເຈລະຈາຄືນໃໝ່ ໄວທີ່ສຸດແມ່ນໃນເດືອນ ກັນຍາ - ຕຸລາ 2026.
ໃນສະພາບການປະທະກັນຢູ່ ຢູແກຼນ ສືບຕໍ່ມີການຜັນແປຢ່າງສັບສົນ, ຖະແຫຼງການຮ່ວມດັ່ງກ່າວມີຄວາມໝາຍສຳຄັນສຳລັບ ຢູແກຼນ ເມື່ອນຳມາເຊິ່ງການຮັບປະກັນກ່ຽວກັບການໜູນຊ່ວຍຢ່າງຮອບດ້ານໃນໄລຍະຍາວ, ຊ່ວຍໃຫ້ ຢູແກຼນ ສາມາດຮັກສາຄວາມສາມາດປ້ອງກັນ, ຜ່ານຜ່າສິ່ງທ້າທາຍໃນລະດູໜາວ ແລະ ຍູ້ໄວວິວັດທະນາການເຂົ້າຮ່ວມ ເອີລົບ.






