ພາຍຫຼັງການເຮັດວຽກມາເປັນ 2 ຄັ້ງ (03 – 13/08 ແລະ 19 – 24/08), ກອງປະຊຸມວິມາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ XVI ໄດ້ອັດລົງໃນວັນທີ 24 ສິງຫາ, ປະຕິບັດສຳເລັດຈຳນວນວຽກງານທີ່ໃຫຍ່ຫຼວງກ່ຽວກັບການສ້າງກົດໝາຍ ແລະ ຕັດສິນຫຼາຍບັນຫາສຳຄັນຂອງປະເທດຊາດ. ບໍ່ພຽງແຕ່ຢູ່ຈຳນວນກົດໝາຍ, ມະຕິໄດ້ຮັບການພິຈາລະນາ, ຮັບຮອງເອົາ, ຂີດໝາຍຂອງກອງປະຊຸມຍັງແມ່ນ ຄວາມຮຽກຮ້ອງຕ້ອງການທີ່ນັມມື້ນັບຈະແຈ້ງກວ່າກ່ຽວກັບຄຸນນະພາບນະໂຍບາຍ, ຄວາມເປັນໄປໄດ້ແລະ ຄວາມສາມາດເຂົ້າສູ່ຊີວິດຕົວຈິງຂອງບັນດາຂໍ້ກຳນົດດ້ານກົດໝາຍ.
ທີ່ກອງປະຊຸມວິສາມັນຄັ້ງທີໜຶ່ງ, ສະພາແຫ່ງຊາດຊຸດທີ XVI ໄດ້ພິຈາລະນາວຽກງານຈຳນວນຫຼວງຫຼາຍ, ເຊິ່ງສຸມໃສ່ແມ່ນ ວຽກງານການສ້າງກົດໝາຍ ແລະ ຕັດສິນບັນດາບັນຫາສຳຄັນ, ຮີບດ່ວນສຳລັບການພັດທະນາເສດຖະກິດ - ສັງຄົມ. ສະພາແຫ່ງຊາດໄດ້ພິຈາລະນາ 33 ເນື້ອໃນ, ໃນນັ້ນ ໄດ້ຮັບຮອງເອົາ 15 ຮ່າງກົດໝາຍ, 4 ມະຕິລະບຽບກົດໝາຍ; ໃຫ້ຄຳເຫັນຄັ້ງທຳອິດ ໃສ່ 7 ຮ່າງກົດໝາຍ ແລະ ຕັດສິນບາງເນື້ອໃນສຳຄັນອື່ນໆ.
ການສ້າງກົດໝາຍ ແມ່ນເລີ່ມຕົ້ນຈາກບັນຫາພຶດຕິກຳຕົວຈິງ
ບັນດາເນື້ອໃນທີ່ໄດ້ຮັບການພິຈາລະນາ ຢູ່ກອງປະຊຸມວິສາມັນຄັ້ງທີໜຶ່ງ, ສະພາແຫ່ງຊາດຊຸດທີ XVI ແມ່ນກວມເອົາຫຼາຍຂົງເຂດ, ນັບຕັ້ງແຕ່ການພັດທະນາຕົວເມືອງ, ທີ່ດິນ, ນ້ຳມັນເຊື້ອໄຟ, ການທະນາຄານ, ເຕັກໂນໂລຊີ, ໂທລະຄົມມະນາຄົມ ຕະຫຼອດຮອດບັນດານະໂຍບາຍທີ່ກ່ຽວຂ້ອງໂດຍກົງເຖິງວິສາຫະກິດ, ຊາວຜູ້ອອກແຮງງານ ແລະ ປະຊາຊົນ.
ປະລິມານວຽກງານທີ່ຫຼວງຫຼາຍ ໃນໄລຍະເວລາສັ້ນພໍສົມຄວນ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການສູງ ຕໍ່ທັງອົງການສະເໜີ, ອົງການກວດກາ ແລະ ບັນດາສະມາຊິກສະພາແຫ່ງຊາດ. ທ່ານ ຈິ້ງຊວນອານ ສະມາຊິກສະພາແຫ່ງຊາດ, ຄະນະນະຄອນ ດົ່ງນາຍ, ໄດ້ເນັ້ນໜັກວ່າ:
ພວກເຮົາກຳລັງກ້າວເຂົ້າສູ່ຂະບວນການທີ່ວ່າ: ລະຫວ່າງນະໂຍບາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດຕ້ອງໄປຄຽງຄູ່ກັນ.ສິ່ງທີ່ພວກເຮົານຳເຂົ້າໃນກອງປະຊຸມຄັ້ງນີ້ແນ່ນອນວ່າຈະກາຍເປັນທ່າແຮງ,ກາຍເປັນກຳລັງຜັກດັນ,ຮັບປະກັນຄວາມເປັນໄປໄດ້ເພື່ອໃຫ້ພວກເຮົານຳໃຊ້ເຂົ້າໃນຊີວິດຕົວຈິງໄດ້ຢ່າງທັນທີ,ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງເສດຖະກິດ - ສັງຄົມ ກໍຄືຊີວິດການເປັນຢູ່, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ວິສາຫະກິດ.
ກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງການຫັນປ່ຽນໃນວິທີການເຂົ້າເຖິງວຽກງານການສ້າງກົດໝາຍ. ຈາກພຶດຕິກຳແຫ່ງການຄົ້ນຄວ້າສົນທະນາຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃໝ່ ຫຼາຍປະການ ຕໍ່ກັບຂະບວນການວ່ງກຳນົດນະໂຍບາຍ. ທ່ານ ບຸຍຮ່ວາຍເຊີນ ສະມາຊິກສະພາແຫ່ງຊາດ, ຄະນະນະຄອນ ຮ່າໂນ້ຍ, ຖືວ່າການຫັນປ່ຽນທີ່ຊັດເຈນທີ່ສຸດແມ່ນການປ່ຽນແປງໃນຈິນຕະນາການດ້ານນິຕິບັນຍັດ: ຈາກຈິນຕະນາການທີ່ເນັ້ນໃສ່ການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນເພື່ອການພັດທະນາ; ຈາກຄຳຖາມທີ່ວ່າ “ຈະຄຸ້ມຄອງແນວໃດໃຫ້ຮັດກຸມ” ໄປສູ່ການຕັ້ງຄຳຖາມວ່າ “ກົດໝາຍຕ້ອງເຮັດ ແນວໃດເພື່ອປົດປ່ອຍແຫຼ່ງກຳລັງແລະສ້າງເງື່ອນໄຂໃຫ້ແກ່ສິ່ງໃໝ່ໆໄດ້ຮັບການ ພັດທະນາ”.
ປະລິມານວຽກງານແມ່ນຫຼວງຫຼາຍທີ່ສຸດແຕ່ຈິດໃຈລວມແມ່ນບໍ່ແມ່ນການສ້າງກົດໝາຍເພື່ອແລ່ນນຳຈຳນວນ ຫຼື ເພື່ອໃຫ້ສຳເລັດຕາມແຜນງານ, ຫາກຍັງແມ່ນພະຍາຍາມຮັບປະກັນໃຫ້ກົດໝາຍແຕ່ລະສະບັບສາມາດແກ້ໄຂບັນຫາຕົວຈິງຂອງຊີວິດໄດ້ຢ່າງແທ້ຈິງ. ກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງຫຼາຍເນື້ອໃນ, ໃນນັ້ນມີບັນດາຮ່າງກົດໝາຍແລະມະຕິທີ່ກ່ຽວຂ້ອງເຖິງບັນຫາໃຫຍ່ໆຂອງປະເທດຊາດ. ນີ້ແມ່ນຄວາມກົດດັນທີ່ໃຫຍ່ຫຼວງທີ່ສຸດຕໍ່ທັງອົງການສະເໜີ, ອົງການກວດກາ ແລະ ບັນດາສະມາຊິກສະພາແຫ່ງຊາດ.
ການວັດແທກຄຸນນະພາບດ້ານນິຕິບັນຍັດດ້ວຍປະສິດທິຜົນແຫ່ງການຈັດຕັ້ງປະຕິບັດ.
ກອງປະຊຸມປິດລົງ ກໍແມ່ນເວລາທີ່ບັນດາກົດໝາຍ ແລະ ມະຕິທີ່ໄດ້ຮັບການຮັບຮອງເອົານັ້ນ ກ້າວເຂົ້າສູ່ໄລຍະທີ່ສຳຄັນ ຄື:ການຈັດຕັ້ງປະຕິບັດ.ນີ້ກໍແມ່ນເວລາທີ່ປະສິດທິຜົນຂອງວຽກງານການສ້າງກົດໝາຍໄດ້ຮັບການພິສູດຢັ້ງຢືນຢ່າງຊັດເຈນທີ່ສຸດ.ເພື່ອໃຫ້ບັນດາໝາກຜົນຫຼັງກອງປະຊຸມໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ ບໍ່ພຽງແຕ່ແມ່ນການຈັດຕັ້ງປະຕິບັດເປັນຢ່າງດີຕໍ່ແຕ່ລະກົດໝາຍ ແລະ ມະຕິເທົ່ານັ້ນ, ແຕ່ຍັງຕ້ອງສືບຕໍ່ປັບປຸງຄວາມເປັນເອກະພາບຂອງທົ່ວລະບົບກົດໝາຍໃຫ້ສົມບູນແບບຕື່ມອີກ. ທ່ານ ດຣ ຫງວຽນ ມິງ ຟອງ, ນັກຊ່ຽວຊານດ້ານເສດຖະກິດ ຖືວ່າ:
ພວກເຮົາຖືວ່າ ພາຍຫຼັງໝາກຜົນຂອງກອງປະຊຸມສະພາແຫ່ງຊາດຄັ້ງນີ້, ແນ່ນອນວ່າຈິນຕະນາການແຫ່ງການສ້າງສາລະບົບນິເວດທີ່ມຸ່ງໄປເຖິງປະຊາຊົນ ແລະ ເອົາຄວາມເພິ່ງພໍໃຈຂອງປະຊາຊົນ, ການພັດທະນາຂອງເສດຖະກິດ ແລະ ວິສາຫະກິດ ເປັນໄມ້ຫຼາວັດແທກຕົວຈິງນັ້ນ ຈະໄດ້ຮັບການຫັນປະກົດຜົນເປັນຈິງ. ປະຊາຄົມວິສາຫະກິດມີຄວາມຫວັງຕໍ່ໝາກຜົນຂອງກອງປະຊຸມຄັ້ງນີ້, ນັ້ນແມ່ນ ບັນຫາຫັນເປັນເສລີພາບໃຫ້ຫຼາຍຂຶ້ນ,ຫຼຸດຜ່ອນເງື່ອນໄຂການດຳເນີນທຸລະກິດຢ່າງ ໜ້ອຍ 30% ຕໍ່ກັບບັນດາຂະແໜງອາຊີບທຸລະກິດທີ່ມີເງື່ອນໄຂ.
ກອງປະຊຸມວິສາສາມັນ ຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ 16 ໄດ້ສຳເລັດໜ້າທີ່ທັງໝົດທີ່ວາງໄວ້,ແຕ່ກໍໄດ້ຕັ້ງຄວາມຮຽກຮ້ອງຕ້ອງການໃຫ້ສືບຕໍ່ ປ່ຽນແປງໃໝ່ວຽກງານສ້າງຕັ້ງ ແລະ ຈັດຕັ້ງປະຕິບັດກົດໝາຍໃຫ້ແຂງແຮງກວ່າເກົ່າ, ເພື່ອໃຫ້ລະບົບລະບອບລະບຽບການນັບມື້ນັບຄົບຊຸດ, ມີສະຖຽນລະພາບ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ.ນີ້ກໍແມ່ນພື້ນຖານເພື່ອໃຫ້ບັນດານະໂຍບາຍຂອງສະພາແຫ່ງຊາດໄດ້ຫັນປ່ຽນເປັນກຳລັງໜູນໃນການພັດທະນາໃນໄລຍະຕໍ່ໜ້າ.








