ນັກຮົບອິນເດຍລາດຕະເວັນຢູ່ຮ່ອມພູ Galwan ເຂດຊາຍແດນລະຫວ່າງ ອິນເດຍ ແລະ ຈີນໃນວັນທີ 17 ມິຖຸນາ 2020 (ພາບ: AFP/TTXVN)

ທີ່ການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືລະອຽດໄລຍະ 2 ຂອງການຖອນກຳລັງທະຫານ ແລະ ພາຫະນະອຸປະກອນການທະຫານຢູ່ເຂດຊາຍແດນ.

ໃນອາທິດຜ່ານມາ, ກອງທັບຂອງ ອິນເດຍ ແລະ ຈີນ ໄດ້ສຳເລັດໄລຍະ 1 ວິວັດການຖອນກຳລັງທະຫານ, ຫຼຸດຜ່ອນການສູ້ຢັນກັນຢູ່ບັນດາເຂດຊາຍແດນຄື ຮ່ອມພູ Galwan, Hot Springs, Gogra ແລະ ຫຼຸດຜ່ອນກຳລັງທະຫານຢູ່ໜອງ Pangongລົງຫຼາຍພໍສົມຄວນ. ຝ່າຍ ອິນເດຍ ປາດຖະໜາຢາກ “ຟື້ນຟູ” ສະພາບເດີມຂອງທຸກເຂດຢູ່ພາກຕາເວັນອອກ Ladakh ຄືກ່ອນວັນທີ 05 ພຶດສະພາ.

ບັນດາເຈົ້າໜ້າທີ່ປ້ອງກັນຊາດຂອງ ອິນເດຍ ໄດ້ມີການເຈລະຈາ 3 ຮອບຢູ່ເຂດຊາຍແດນນັບແຕ່ເກີດຄວາມເຄັ່ງຕຶງຢູ່ເຂດຊາຍແດນເມື່ອຕົ້ນເດືອນພຶດສະພາ.

ຟານຕູ່ງ-ນັກຂ່າວ VOV ປະຈຳ ອິນເດຍ