ຕົວ​ຈິງ​ໃຫ້​ເຫັນ​ວ່າ​ ລາ​ຄາ​ບາງ​ປະ​ເພດ​ສິນ​ຄ້າ​ດ້ານ​ການ​ກະ​ຫານ​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 50%, ຊ້ຳ​ບໍ່​ໜຳ​ແມ່ນ 60% ເມື່ອ​ທຽບ​ກັບ 2 ປີ​ກ່ອນ. ການ​ເພີ່ມ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ຂອງ​ອາ​ວຸດ ແລະ ບັນ​ດາ​ປະ​ເພດ​ສິນ​ຄ້າ​ດ້ານ​ການ​ທະ​ຫານ ພວມ​ເຮັດ​ໃຫ້​ແຜນ​ການ​ໃຊ້​ຈາຍ​ປ້ອງ​ກັນ​ຊາດ​ຂອງ ​ນາ​ໂຕ ຖືກ​ສັບ​ສົນ ໃນ​ສະ​ພາບ​ການ ເອີ​ລົບ ຖືກ​ກົດ​ດັນ​ຕ້ອງ​ປະ​ກອບ​ອາ​ວຸດ​ຄືນ​ໃໝ່. ເອີ​ລົບ ກໍ່​​ພວມ​ຕ້ອງ​ແບກ​ຫາບ​ເງິນ​ອຸ​ປະ​ຖຳ​ໃຫ້​ແກ່ ຢູ​ແກຼນ ສ່ວນຫຼາຍ ໃນ​ການ​ປະ​ທະ​ກັນ​ກັບ ລັດ​ເຊຍ ຂະ​ນະ​ທີ່ ອາ​ເມ​ລິ​ກາ ໄດ້​ຫັນ​ຈຸດ​ສຸມ​ໄປ​ຍັງ​ເຂດ​ອື່ນ. ແຕ່​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ເອີ​ລົບ ພັດ​ບໍ່​ທັນ​ກຽມ​ພ້ອມ​ການ​ລົງ​ທຶນ​ເປີດ​ກ້​ວາງ​ການ​ຜະ​ລິດ ກ່ອນ​ທີ່​ບັນ​ດາ​ລັດ​ຖະ​ບານ​ ເຊັນ​ສັນ​ຍາ​ທາງ​ການ.