ດ້ວຍ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໂດຍມີ​ຊາຍ​ແດນ​ຕິດ​ກັບ​ບັນ​ດາ​ປະ​ເທດ​ຄື: ຈີນ, ໄທ, ຫວຽດ​ນາມ, ກຳ​ປູ​ເຈຍ ແລະ ມຽນ​ມາ ນັ້ນ, ລາວ​ ພວມ​ລົງ​ທຶນ​ຢ່າງ​ແຮງ​ເຂົ້າ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນ​າ​ຄົມ​ທາງ​ບົກ, ​ທາງ​ລົດ​ໄຟ, logistics... ເພື່ອ​ແນ​ໃສ່​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່ກັບ​ພາກ​ພື້ນ. ດ້ວຍ​ເລື່ອງ​ລັດ​ຖະ​ບານ ​ລາວ ແລະ ບໍ​ລິ​ສັດ​​​ທາງ​ລົດ​ໄຟ ​ລາວ - ຫວຽດ​ນາມ ຈຳ​ກັດ ​ລົງ​ນາມ​​ທາງ​ການ “ສັນ​ຍາ​ສຳ​ປະ​ທານ​ການ​ອອກ​ແບບ, ກໍ່​ສ້າງ, ລະ​ດົມ​ທຶນ, ເຄື່ອນ​ໄຫວ ແລະ ບູ​ລະ​ນະ​ຮັກ​ສາ ​ໂຄງ​ການ​ທາງລົດ​ໄຟ ​ລາວ - ຫວຽດ​ນາມ” ແຕ່​ຕົວ​ເມືອງ ທ່າ​ແຂກ ແຂວງ​ຄຳ​ມ່ວນ ຫາ​ ມູ​ຢາ ຊາຍ​ແດນ ລາວ ຫວຽດ​ນາມ (ຂຶ້ນ​ກັບ​ແຂວງ ​ກວ໋າງ​ບິ່ງ), ແມ່ນ​ຈຸ​ດ​ເລີ່ມ​ຕົ້ນ​ທີ່ສຳ​ຄັນ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຫັນ​ການ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ ລາວ - ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງໂດຍໄວ.

ເສັ້ນ​ທາງ​ລົດ​ໄຟ ລາວ - ຫວຽດ​ນາມເລີ່ມ​ຕົ້ນ​ຈາກ ​ນະ​ຄອນຫຼວງ ວຽງ​ຈັນ ​ຮອດ​ສິ້ນ​ສຸດ​ຢູ່ທ່າ​ກຳ​ປັ່ນ ຫວູງ​ອາງ ຂອງ ຫວຽດ​ນາມ, ດ້ວຍ​ຄວາມ​ຍາວ 562 ກີ​ໂລ​ແມັດ. ໃນ​ນັ້ນ, ຕອນ​ແຕ່​ຕົວ​ເມືອງ ທ່າ​ແຂກ ​ຂຶ້ນ​ກັບ ແຂວງຄຳ​ມ່ວນ, ພາກ​ກາງ​ລາວ ໄປຫາ ມູ​ຢ່າ (ຂຶ້ນ​ກັບ​ແຂວງ ກວ໋າງ​ບິ່ງ) ຊາຍ​ແດນ ຫວຽດ​ນາມ - ລາວ ​ມີຄວາມຍາວ 147 ກີ​ໂລ​ແມັດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ລະ​ດັບ​ຊາດ​ ຊ່ວຍ​ໃຫ້ ລາວ ​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 04 ຂອງ​ສູນ​ກາງ​ພັກ​ປະຊາຊົນປະຕິວັດລາວ ວ່າ​ດ້ວຍ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ພິ​ເສດ​ແມ່ນ​ເປົ້າ​ໝາຍ​ເຊື່ອມ​ໂຍງ, ເຊື່ອມ​ຈອດ​ ລາ​ວ ​ກັບພາກ​ພື້ນ ແລະ ໂລກ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຜ​ະ​ລິດ, ການ​ບໍ​ລິ​ການ, ການ​ຄ້າ ແລະ ການ​ລົງ​ທຶນ. ໂຄງ​ການເສັ້ນທາງ​ລົດ​ໄຟ​ຟ້າ ລາວ - ຫ​ວຽດ​ນາມ ຈະ​ຊ່ວຍ​ໃຫ້ ລາວ​ ຈາກປະ​ເທດ​ບໍ່​ມີ​ຊາຍ​ແດນ​ຕິ​ດ​ກັບ​ທະ​ເລ ກາຍ​ເປັນ​ປະ​ເທດ​ເຊື່ອມ​ໂຍງ - ເຊື່ອມ​ຈອດ, ດ້ວຍ​ປະ​ຕູ​ມຸ່ງ​ຫາທະ​ເລ​ແມ່ນ​ທ່າ​ກຳ​ປັ່ນ ​ຫວູງ​ອາງ (ຫວຽດ​ນາມ). ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ ລາວ - ຫວຽດ​ນາມ ໃຫ້​ຮູ້​ວ່າ:

ເສັ້ນ​ທາງ​ລົດ​ໄຟ​ໄດ້​ຮັ​ບ​ການ​ລົງ​ທຶນ​ຕາມ​ມາດຕະ​ຖານ​ແມ່ນ 1.435 ແມັດ ຕອບ​ສະ​ໜອງ​ມາດ​ຕະ​ຖານ​ສາ​ກົນ, ຜ່ານ​ນັ້ນ ​ສ້າງ​ເງື່ອນ​ໄຂ​​ເຊື່ອມ​ຈອດ​ໃນ​ພາກ​ພື້ນ. ຄາດ​ວ່າ ລົດ​ໄຟ​ໂດຍສານ​​ມີຄວາມ​ໄວ​ສູງ​ສຸດ 150 ກີ​ໂລ​ແມັດ/ຊົ່ວ​ໂມງ, ໃນ​ຂະ​ນະ​ທີ່​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແມ່ນ​ປະ​ມານ 80 ກີ​ໂລ​ແມັດ/ຊົ່ວ​ໂມງ, ຕອບ​ສະ​ໜອງຄວາມ​ຕ້ອງ​ການ​ໃນ​ການ​ຂົນ​ສົ່ງ​ຜູ້ໂດຍ​ສານ ແລະ ສິນ​ຄ້າ. ດ້ວຍຍອດ​ເງິນ​ລົງ​ທຶນ​ປະ​ມານ 6,6 ຕື້ USD, ຄາດ​ວ່າ​ ໂຄງ​ການ​ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ປີ 2026 ແລະ ​ນຳ​ເຂົ້າ​ໃຊ້​ການ​ໃນ​ປີ 2030. ເສັ້ນ​ທາງ​ລົດ​ໄຟ ວຽງ​ຈັນ - ຫວູງ​ອາງ ໄດ້​ຮັບ​ຄວາມ​ຄາດ​ຫວັງ​ຈະ​ປະ​ກອບ​ສ່ວນຫຼຸດ​ຜ່ອນ​ຄ່າ​ຂົນ​ສົ່ງຫຼາຍ​ພໍ​ສົມ​ຄວນ, ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ຄ້າ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ຂອງ​ ລາວ​ ເຂົ້າ​ຕະຫຼາດ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ.

ກ່ອນ​ໜ້າ​ນັ້ນ, ຢູ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ ສະ​ພາ​ແຫ່ງ​ຊາດ​ລາວ ​ຊຸດ​ທີ X ກໍ່ໄດ້​ຮັບ​ຮອງ​ເອົາຫຼັກ​ການ​ລົງ​ທຶນ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ ​ລາວ - ຫວຽດ​ນາມ. ກ່າວ​ຄຳ​ເຫັນທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ ວີ​ໄລ​ວົງ ບຸດ​ດາ​ຄຳ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ເນັ້ນ​ໜັກ​ວ່າ:

ໂຄງ​ການເສັ້ນທາງ​ລົດ​ໄຟ​ເຊື່ອມ​ຈອດ ຫວຽດ - ລາວ ​ຈາກ ​ຫວູງ​ອາງ - ມູ​ຢາ - ທ່າ​ແຂກ - ວຽງ​ຈັນ ໄດ້​ກຳ​ນົດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງຫຼັກ​ແຫຼ່ງ​ໃນ​ການ​ຮ່ວມ​ມື​ ຫວຽດ​ນາມ - ລ​າວ, ປະ​ກອບ​ສ່ວນ​ສ້າງ​ແລວ​ຂົນ​ສົ່ງ​ທີ່​ມີ​ປະ​ສິດ​ທິ​ຜົນ, ເຊື່ອດ​ຈອດ ລາວ ກັບ​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ກົງ ຜ່ານ​ລະ​ບົບ​ທ່າ​ກຳ​ປັ່ນ​ທະ​ເລ​​ພາກ​ກາງ ຫວຽດ​ນາມ. ນີ້​ກໍ່​ແມ່ນ​ໝາກ​ຜົນ​ຂອງ​ການ​ພົວ​ພັນ​ຮ່​ວມ​ມື​ຢ່າງ​ເລິກ​ເຊິ່ງ ແມ່ນ​ສັນ​ຍາ​ລັກສະແດງໃຫ້ເຫັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວ​ນ​ຍຸດ​ທະ​ສາດ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ ທີ່ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ ແລະ ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ​ໃນ​ທຸກ​ຂົງ​ເຂດ.