ວັນ​ທີ 17 ພຶດ​ສະ​ພາ ແມ່ນ​ວັນໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ສັງ​ຄົມ​ຂ່າວ​ສານ​ໂລກ. ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ນີ້, ປີ​ນີ້, ສະ​ຫະ​ພັນໂທ​ລະ​ຄົມ​ມະ​ນາ​ຄົມ ສາ​ກົນ (ITU) ໄດ້​ເລືອກ​ເອົາ​ຫົວ​ຂໍ້ “ເສັ້ນ​ເລືອດ​ດີ​ຈີ​ຕອນ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຟື້ນ​ຟູ​ໃນ​ໂລກ​ແຫ່ງ​ການ​ເຊື່ອມ​ຕໍ່”. ສານ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ​ໂລກ​ພວມ​ກ້າວ​ເຂົ້​າ​ສູ່​ໄລ​ຍະ​ເອື່ອຍ​ອີ່ງ​ໃສ່​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI) ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ໃນ​ຊຸມ​ປີ​ມໍ່ໆ​ນີ້, ໂລກ​ໄດ້​ເຫັນ​ປະ​ຈັກ​ຕາຫຼາຍ​ເຫດ​ການ​ບຸກ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ເຮັດ​ໃຫ້​ ​ຢຸດ​ຕິການຢູ່ເຮັດ​ວຽກໂຮງ​ໝໍ​, ການ​ເຄື່ອນ​ໄຫວ​ຢູ່ສະ​ໜາມ​ບິນ​ຂາດ​ວັກ​ຂາດ​ຕອນ​ ຫຼື ລະ​ບົບ​ໄຟ​ຟ້າ​ແຫ່ງ​ຊາດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ. ເພາະ​ສະ​ນັ້ນ, “ຄວາມ​ສາ​ມາດ​ໃນ​ການ​ຟື້ນ​ຟູ” ພວມ​ກາຍ​ເປັນ​ຄວາມ​ຮຽກ​ຮ້ອງຫຼັກ​ແຫຼ່ງ​ຂອງ​ພື້​ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ລຸ້ນ​ໃໝ່. ໃນ​ໂລກ​ແຫ່ງ​ການ​ເຊື່ອມ​ຕໍ່​ຢ່າງ​ເລິກ​ເຊິ່ງ​ຄື​ໃນ​ປັດ​ຈຸ​ບັນ, ການ​ປົກ​ປ້ອງເສັ້ນ​ເລືອດ​ດີ​ຈີ​ຕອນ ບໍ່​ພຽງ​ແຕ່​ແມ່ນ​ການ​ປົກ​ປ້ອງ ອິນ​ເຕີ​ເນັດ ຫຼື ຂໍ້​ມູນ​ເທົ່າ​ນັ້ນ ​ຫາກ​ຍັງ​ແມ່ນ​ການ​ປົກ​ປ້ອງ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປົກ​ກະ​ຕິ​ຂອງ​ທົ່ວ​ສັງ​ຄົມ​ອີກ​ດ້ວຍ.

ຕໍ່ໜ້າ​ທ່າ​ອ່ຽງ​ທົ່ວ​ໂລກ​ນັ້ນ, ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ໝູ​ນ​ໃຊ້ AI ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ. ດ້ວຍ​ໂຄງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ AI, ມີຫຼາຍ​ວິ​ສາ​ຫ​ະ​ກິດ ເຕັກ​ໂນ​ໂລ​ຢີ​ໃຫຍ່​ຂອງ ຫວຽດ​ນາມ ພວມ​ຄ່ອຍ​ໆ​ຫັ​ນ​ປ່ຽນ​ຈາກ​ບໍ​ລິ​ສັດ​ສະ​ໜອງ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ມະ​ນາ​ຄົມ​ແບບ​ເກົ່າ ມາ​ເປັນ​ບໍ​ລິ​ສັດ​ສະ​ໜອງ​ພື້ນ​ຖານ​ດີ​ຈີ​ຕອນ ແລະ ເຕັກ​ໂນ​ໂລ​ຢີ​ອັດ​ສະ​ລິ​ຍະ.