ທ່ານນາຍົກລັດຖະມົນຕີ ຫາກໍ່ປະກາດໃຊ້ຂໍ້ຕົກລົງເລກທີ 876 ກ່ຽວກັບການໃຫ້ສັດຕະຍາບັນຍຸດທະສາດມາດຕະການແຫ່ງຊາດໄລຍະ 2026-2035. ຍຸດທະສາດມຸ່ງໄປເຖິງເປົ້າໝາຍສ້າງລະບົບມາດຕະການສາກົນທັນສະໄໝ, ເປີດໂປ່ງ, ກົມກຽວກັບ ມາດຕະຖານສາກົນ, ສວມບົດບາດເປັນພື້ນຖານລະບອບລະບຽບການອ່ອນຂອງຊາດ, ເປັນເຄື່ອງມືປະຕິບັດນະໂຍບາຍສາທາລະນະ ແລະ ພື້ນຖານເຕັກນິກໃຫ້ແກ່ການຄຸ້ມຄອງລັດ. ພ້ອມທັງຊຸກຍູ້ເພື່ອມາດຕະຖານກາຍເປັນກຳລັງໜູນນະວັດຕະກຳ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ພັດທະນາແບບຍືນຍົງ.
ຕາມນັ້ນແລ້ວ, ເປົ້າໝາຍໄລຍະ 2026-2030, ສູ້ຊົນ 75% ມາດຕະການ ຫວຽດນາມ ກົມກຽວກັບມາດຕະການສາກົນ, 100% ເກນແບ່ງປະເພດ ທຽບເທົ່າກັບການແບ່ງປະເພດລະດັບສອງຂອງເກນແບ່ງປະເພດມາດຕະຖານສາກົນ. ສູ້ຊົນມີຜູ້ຕາງໜ້າເຂົ້າຮ່ວມ ຄະນະເຕັກນິກທີ່ທຽບເທົ່າ ກັບ ISO, IEC, ITU… ທຸກໆປີ, ມີ 50.000 ໃບຢັ້ງຢຶນສອດຄ່ອງມາດຕະຖານ, ມາດຕະຖານດ້ານເຕັກນິກ, ໜູນຊ່ວຍຢ່ງໜ້ອຍສຸດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງ ແລະ ໝູນໃຊ້ມາດຕະຖານ ຫວຽດນາມ.
ບຳລຸງສ້າງນັກຊ່ຽວຊານມີຄວາມສາມາດເຂົ້າຮ່ວມການສ້າງມາດຕະຖານສາກົນ ແລະ ບຳລຸງສ້າງວິຊາຊີບກ່ຽວກັບການຫັນເປັນມາດຕະຖານໃຫ້ແກ່ພະນັກງານຢ່າງໜ້ອຍສຸດ 5.000 ເທື່ອຄົນໃນບັນດາຂົງເຂດ, ຂະແໜງການຈຸດສຸມ.





.jpg)