ກ່ອນອື່ນໝົດ, ສອງຝ່າຍສືບຕໍ່ປະຕິບັດບັນດາໝາກຜົນຂອງບັນດາການທາບທາມຄຳເຫັນກ່ອນນັ້ນ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມອັນຕັ້ງໜ້າ ກ່ຽວກັບບັນດາຂໍ້ຕົກລົງດ້ານພາສີອາກອນທີ່ກ່ຽວຂ້ອງ. ສອງຝ່າຍເຫັນດີສ້າງຕັ້ງສະພາການຄ້າ ແລະ ສະພາລົງທຶນ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມວິຕົກກັງວົນໃນສອງຂົງເຂດນີ້.
ໜ້າສົນໃຈແມ່ນ ສອງຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງ ຈີນ ຊື້ເຮືອບິນຈາກ ອາເມລິກາ ແລະ ເລື່ອງ ອາເມລິກາ ຮັບປະກັນສະໜອງເຄື່ອງຈັກ ແລະ ເຄື່ອງອາໄຫຼ່ແທນໃຫ້ແກ່ ຈີນ ພ້ອມທັງເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງ.





.jpg)