ເນື່ອງໃນໂອກາດສະເຫຼີມສະຫຼອງ 136 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05/1890 - 19/05/2026), ວັນທີ 17 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ, ປະທານປະເທດ ໄດ້ມີບົດຂຽນສຳຄັນດ້ວຍຫົວຂໍ້ : ແສງສະຫວ່າງ ໂຮ່ຈີມິນ ເຍືອງທາງໃຫ້ພວກເຮົາເດີນ. ບົດຂຽນບໍ່ພຽງແຕ່ແມ່ນຄຳສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງແມ່ນສານການເມືອງຢ່າງແຮງກ່ຽວກັບການໝູນໃຊ້ແນວຄິດ ໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງອີກດ້ວຍ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ ສັງກາດບຸກບືນຂອງຊາດ ຫວຽດນາມ.
ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ວັນທີ 19 ພຶດສະພາ 2026 ແມ່ນວັນສະເຫຼີມສະຫຼອງ 136 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ໃນຈຸດເວລາທີ່ມີຄວາມໝາຍພິເສດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກໄດ້ປະສົບຜົນສຳເລັດຢ່າງຟົດຟຶ້ນ, ກຳນົດບັນດາການກຳນົດທິດຍຸດທະສາດນຳ ປະເທດກ້າວເຂົ້າສູ່ງສັງກາດໃໝ່. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ2026–2031 ໄດ້ເປີດພາຍພາກໜ້າໃໝ່. ໃນຂະນະທີ່, ລະບົບການເມືອງພວມເຄື່ອນໄຫວຕາມຮູບແບບຈັດຕັ້ງໃໝ່ເທື່ອລະກ້າວ, ກະທັດລັດກວ່າ, ລຸ້ລວງກວ່າ, ຮຽກຮ້ອງຕ້ອງການປະສິດທິຜົນ, ປະສິດທິຜົນສູງກວ່າ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ກອງະຊຸມໃຫຍ່ສະໄໝທີ XIV ຂອງພັກແມ່ນຂີດໝາຍສຳຄັນທີ່ສຸດໃນວິວັດແຫ່ງການພັດທະນາຂອງປະເທດຊາດ. ບັນດາການກຳນົດທິດຍຸດທະສາດຂອງກອງປະຊຸມໃຫຍ່ນັ້ນແມ່ນການສືບທອດ, ໝູນໃຊ້ ແລະ ພັດທະນາແນວຄິດປະທານໂຮ່ຈີມິນຢ່າງມີຫົວຄິດປະດິດສ້າງໃນເງື່ອນໄຂປະຫວັດສາດໃໝ່.





.jpg)