ຕອນ​ເຊົ້າ​ວັນ​ທີ 17 ພຶດ​ສະ​ພາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ອານ​ຢາງ ຈັດ​ກອງ​ປະ​ຊຸມ​ປະ​ກາດ​ແຜນ​ກຳ​ນົດ ແລະ ສົ່ງ​ເສີມ​ການ​ລົງ​ທຶນ, ພ້ອມ​ທັງ​ແນະ​ນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປ​ຽບ, ການ​ກຳ​ນົດ​ທິດ​ພັດ​ທະ​ນາ ແລະ ບັນ​ຊີ​ລາຍ​ຊື່​ໂຄງ​ການ​ຈຸດ​ສຸມ​ສຳ​ຄັນ​ຮຽກ​ຮ້ອງ​ການ​ລົງ​ທຶນ​ຂອງ​ແຂວງໃນ​ໄລ​ຍະ​ໃໝ່. ທ່ານ ຟ້າມ​ຢາ​ຕຸກ ​ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ເຂົ້າ​ຮ່ວມ.

ຢູ່ກອງ​ປະ​ຊຸມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ອານ​ຢາງ ໄດ້​ມອບ​ຂໍ້​ຕົກ​ລົງ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນ​ໃຫ້​ແກ່ 29 ໂຄງ​ການ​ໃຫຍ່​ດ້ວຍຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບ​ຽນ​ບັນ​ລຸກວ່າ 161 ພັນ​ຕື້​ດົ່ງ (ກວ່າ 6,1 ຕື້ USD) (ນັບ​ແຕ່​ວັນ​ທີ 01/7/2025 ມາ​ຮອດ​ປັດ​ຈຸ​ບັນ).

ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ, ທ່ານ​ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ, ມີຫຼາຍ​ວິ​ສາ​ຫະ​ກິດ​ມີ​ຄວາມ​ເຊື່ອ​ໝັ້ນ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ​ໃສ່​ອານ​ຢາງ ໄດ້​ພິ​ສູດ​ວ່າ ອານ​ຢາງ ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ອຳ​ນ​າດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ, ສ້າງ​ສະ​ພາບ​ແວດ​ລ້ອມ, ລະ​ບຽບ​ການ​ບໍ​ລິ​ຫາ​ນ​ຢ່າງ​ສະ​ດວກທີ່​ສຸດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ​ລົງ​ທຶນ.

ແຜ​ນ​ຮ່າງ ອານ​ຢາງ​ ໄດ້​ເປີດ​ເສັ້ນ​ທາງ​ໃຫ້​ການ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ, ເຊິ່ງ​ແມ່ນ​ອຳ​ນວຍ​ຄວາມ​ສະ​ດວກ ແທນ​ທີ່​ຄວບ​ຄຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ຢາ​ຕຸກ ສະ​ເໜີ ອານ​ຢາງ ຄວນ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການກວ່າ​ອີກ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ການ​ວາງ​ແຜນ​ກຳ​ນົດ​ຂອງ​ແຂວງໃຫ້​ເປັນ​ຢ່າງ​ດີ ແລະ ຕິດ​ພັນ​ກັບ​ບັນ​ດາ​ວຽກ​ງານ​ຄື ປັບ​ປຸງ​ຕົວ​ເມືອງ, ທຳ​ຄວາມ​ສະ​ອາດ​ທະ​ເລ​ໝູ່​ເກາະ ເພື່ອ​ຮັບ​ໃຊ້​ກອງ​ປະ​ຊຸມ​ສຸດ​ຍອດ APEC 2027 ແລະ ຊຸມ​ປີ​ຕໍ່​ໄປ.