ແກ້ໄຂຜົນຮ້າຍຢ່ອນຫຼັງຂອງພາຍຸ Jebi
04/08/2013 12:34
ບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ່ອນຫຼັງຂອງພາຍຸ Jebi

ພາຍຸ Jebi ໄດ້ກໍ່ໃຫ້ເກີດໄພນ້ຳຖ້ວມ (ພາບ: TTXVN) Vovworld- ຫ້ອງການຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມສູນກາງ ແລະ ຫ້ອງການ ຄະນະກຳມະການຊອກຫາ ແລະ ກູ້ໄພແຫ່ງຊາດໃຫ້ຮູ້ວ່າ ໄລຮອດຕອນເຊົ້າວັນທີ 4/8 ພາຍຸ Jebi ໄດ້ເຮັດໃຫ້ 4 ຄົນໄດ້ຮັບບາດເຈັບ, ເຮືອນຊານນັບຮ້ອຍຫຼັງຖືກເປເພ, ເນື້ອທີ່ນາ, ພືດພັນນັບພັນ ແຮັກຕາຖືກນ້ຳຖ້ວມ, ເສົາໄຟຟ້າ, ເສົາອັງແຕນ, ຮາກຖານລ້ຽງສັດນ້ຳຈຳ ນວນໜຶ່ງຖືກທຳລາຍ. ຄາດວ່າຄວາມເສຍຫາຍຢູ່ແຂວງຕ່າງໆຂຶ້ນເຖິງ ຫຼາຍສິບຕື້ດົງ. ສະເພາະຢູ່ບັນດາແຂວງເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອ ໄດ້ເປັນເຈົ້າການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ ແລະ ປະຕິບັດບັນດາມາດຕະການປ້ອງກັນຕ້ານພາຍຸນ້ຳຖ້ວມເປັນຢ່າງດີ, ປະກອບສ່ວນຫຼຸດຜ່ອນຄວາມເສຍຫາຍດ້ານຊັບສິນ ແລະ ພືດສຳຮອງຢູ່ບັນດາເຂດພື້ນທີ່ຕ່ຳ.
Related





