VOV WorldVOV World
ແຂວງ ເຊີນລາ ປະກາດຈະສົ່ງໝາກລຳໄຍໄປຍັງ ອາເມລິກາ ແລະຈີນ
04/08/2019 08:56
(VOVWORLD) -ວັນທີ 3 ສິງຫາ, ຢູ່ ເມືອງ ຊົງຫມ໋າ ແຂວງ ເຊີນລາ ໄດ້ຈັດພິທີ ປະກາດສົ່ງໝາກລຳໄຍ ໄປຍັງຕະຫລາດ ອາເມລິກາ ແລະ ຈີນ.
ແຂວງ ເຊີນລາ ປະກາດຈະສົ່ງໝາກລຳໄຍໄປຍັງ ອາເມລິກາ ແລະຈີນ
 ແຂວງ ເຊີນລາ ຈັດພິທີ ປະກາດສົ່ງອອກໝາກລຳໄຍ ພາບ:VOV ເມືອງ ຊົງໝ໋າ ແຂວງ ເຊີນລາ ແມ່ນຫນຶ່ງໃນບັນດາເມືອງທີ່ມີເນື້ອທີ່ປູກໝາກລຳໄຍຫລາຍກວ່າໝູ່ໃນທົ່ວປະເທດດ້ວຍ ກວ່າ 6.700 ເຮັກຕາກ, ກວ່າ 300 ເຮັກຕາ ໄດ້ຮັບການປູກ ແລະ ບົວລະບັດຕາມມາດຖານ VietGap, ກວ່າ 22 ເຮັກຕາ ໄດ້ຮັບຫນັງສືຢັ້ງຢືນເຂດປູກໝາກລຳໄຍສົ່ງອອກ. ປີ 2018, ເມືອງດັ່ງກ່າວໄດ້ສົ່ງໝາກລຳໄຍໄປຍັງຕະຫລາດຕ່າງປະເທດກວ່າ 300 ໂຕນ ແລະ ຄາດວ່າ ປີ 2019 ຈະສົ່ງອອກຕະຫລາດ ສເກົາຫລີ, ອາເມລິກາ ແລະ ຈີນ ກວ່າ 6000 ໂຕນ.
TAG
VOV/VOVworld/ບົວ​ລະ​ບັດ