ເລຂາທິການໃຫຍ່ ສປຊ ຊີ້ອອກບັນດາສິ່ງທ້າທາຍໃນປີ 2026
16/01/2026 09:56
(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ António Guterres ມີບົດກ່າວຄຳເຫັນນະໂຍບາຍຕົ້ນປີ ໃນຖານະເປັນຜູ້ນຳຂອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ໃນນັ້ນໄດ້ຊີ້ອອກບັນດາສິ່ງທ້າທທາຍທົ່ວໂລກໃນປີ 2026.

ວັນທີ 15 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ António Guterres ມີບົດກ່າວຄຳເຫັນນະໂຍບາຍຕົ້ນປີ ໃນຖານະເປັນຜູ້ນຳຂອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ໃນນັ້ນໄດ້ຊີ້ອອກບັນດາສິ່ງທ້າທທາຍທົ່ວໂລກໃນປີ 2026. ທ່ານ António Guterres ກ່າວເຕືອນວ່າ ໂລກປັດຈຸບັນ ເຕັມໄປດ້ວຍການປະທະກັນ, ຄວາມຂາດສະເໝີພາບ ແລະ ບັນດາການຜັນແປທີ່ສັບສົນ”, ໃນຈຸດເວລາການຮ່ວມມືສາກົນ ອ່ອນແອລົງກົງກັບຈຸດເວລາທີ່ຈຳເປັນຮີບຮ້ອນທີ່ສຸດ. ໃນຂະນະນັ້ນ, ລະບົບທົ່ວໂລກ ກໍ່ພວມຖືກກົດດັນແບບທີ່ບໍ່ເຄີຍມີມາກ່ອນ ຍ້ອນສົງຄາມ, ການແບ່ງແຍກ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມເຄົາລົບນັບຖືຕໍ່ກົດໝາຍສາກົນທີ່ດລົງ. ທ່ານຕີລາຄາວ່າໃນສະພາບການປັດຈຸບັນລັດທິຫຼາຍຝ່າຍພວມປະເຊີນໜ້າກັບສິ່ງທ້າທາຍຢ່າງແທ້ຈິງ.
TAG
VOV/VOVworld/ເລຂາທິການໃຫຍ່/ສະຫະປະຊາຊາດ/ສິ່ງທ້າທາຍ
Related
More





