ເລີ່ມເຄື່ອນໄຫວຂະບວນການ “ຂ້ອຍຮັກປະເທດຂ້ອຍ” ປີ 2020 ຢູ່ແຂວງ ກ໋ວາງຈີ້

ນີ້ແມ່ນການເຄື່ອນໄຫວທີໜຶ່ງ ໃນຈຳນວນ 4 ການເຄື່ອນໄຫວຂອງຂະບວນການ "ຂ້ອຍຮັກປະເທດຂ້ອຍ" ປີ 2020 ເຊິ່ງດຳເນີນໃນລະຫວ່າງວັນທີ 29 ເມສາ - 15 ພຶດສະພາ ໃນທົ່ວປະເທດ. ນາງ ຟານທິເຫ້ວ, ຢູ່ຕາແສງ ຈູງຢາງ, ເມືອງ ຢໍລິງ, ແຂວງ ກ໋ວາງຈີ້ ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວໃຫ້ຮູ້ວ່າ:

ເມື່ອໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄືດັ່ງກ່າວ, ໄວໜຸ່ມພວກຂ້າພະເຈົ້າມີຄວາມກະຕືລືລົ້ນ ໄດ້ສະແດງຈິດໃຈຄວາມຮູ້ບຸນຄຸນຂອງຕົນທີ່ມີຕໍ່ບັນດາຜູ້ມີຄຸນງາມຄວາມດີ ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ, ພິເສດແມ່ນແມ່ຫວຽດນາມວິລະຊົນ.