ເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ຢ້ຽມຢາມ ມຽນມາ
30/04/2012 10:15
ເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ຢ້ຽມຢາມ ມຽນມາ

ທ່ານ Ban Ki Moon (vovworld) - ວັນທີ 29/4, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ໄປຍັງ Yangon, ເລີ່ມຕົ້ນການຢ້ຽມຢາມ ມຽນມາ ຢ່າງເປັນທາງການໃນເວລາ 3 ວັນຕາມຄຳເຊື້ອເຊີນ ຂອງທ່ານປະທານາທິບໍດີ U Thein Sein, ໃນສະພາບການທີພວມດຳເນີນການປ່ຽນແປງສຳຄັນຕ່າງໆຢູ່ປະເທດນີ້. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ມີການເຈລະຈາ ກັນທ່ານປະທານາທິບໍດີ U Thein Sein ໃນວັນທີ 30/4 ເພື່ອປຶກສາຫາລີ ກ່ຽວກັບວິທີການຕ່າງໆທີ່ສະຫະປະຊາຊາດ ສາມາດໜູນຊ່ວຍວິກິດການປະຕິຮູບຢູ່ມຽນມາ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ກໍຈະພົບປະກັບປະທານສະພາສູງ ແລະ ສະພາຕ່ຳ ມຽນມາ ແລະ ອາດຈະມີບົດກ່າວປາໄສທີ່ສະພາແຫ່ງຊາດ.
TAG
Myanmar/Ban Ki Moon
Related





