VOV WorldVOV World
ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງ ​ຫວຽດນາມ - ລາວ ​ຢ່າງ​ບໍ່​ຢຸດຢັ້ງ
12/01/2023 09:48
(VOVWORLD) -ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ມັງກອນ, ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ບຸນຍັງ ວໍລະຈິດ ເຊິ່ງເປັນອະດີດເລຂາທິການໃຫຍ່, ປະທານປະເທດລາວ ແລະ ທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ລາວ.
ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງ ​ຫວຽດນາມ - ລາວ ​ຢ່າງ​ບໍ່​ຢຸດຢັ້ງ
ທ່ານ ຟ້າມມິງຈີງ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ໃຫ້ບູລິມະສິດແຖວໜ້າແກ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ຖືນີ້ເປັນຊັບສົມບັດອັນລ້ຳຄ່າ ຕໍ່ກັບພາລະກິດປະຕິວັດຂອງສອງປະເທດ. ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນຈະສືບຕໍ່ ສືບທອດມູນເຊື້ອອັນດີງາມຂອງບັນດາການນຳລຸ້ນກ່ອນ, ເຮັດສຸດຄວາມສາມາດຂອງຕົນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຢ່າງບໍ່ຢຸດຢັ້ງລະຫວ່າງ ຫວຽດນາມ-ລາວ.
TAG
VOV/VOVworld/ຫວຽດ​ນາມ/ລາວ/ເພີ່ມ​ພູນ​ຄູນ​ສ້າງ