ທ່ານ ເງາະຢຸຍຫ໋ຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມກ່າວຄຳເຫັນ (ພາບ:nld.com.vn)

ຖະແຫຼງການຮ່ວມໄດ້ຮຽກຮ້ອງໃຫ້ລັດຖະບານຫວຽດນາມແລະ ບັນດາປະເທດສະມຊິກສະຫະພາບເອີລົບ (EU), ບັນດາຄູ່ຮ່ວມມື, ບັນດາຍີ່ຫໍ່ສິນຄ້າ EU ມີກົນໄກໜູນຊ່ວຍຢ່າງທັນການ ແລະ ສະດວກໃຫ້ແກ່ຜູ້ອອກແຮງງານ ແລະ ວິສາຫະກິດທີ່ຖືກຜົນສະທ້ອນຈາກໂລກລະບາດ Covid – 19. ທ່ານ ເງາະຢຸຍຫ໋ຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເນັ້ນໜັກວ່າ:

ຄວນມີການກະທຳລວມ ຂອງບັນດາຄູ່ຮ່ວມມື, ກ່ອນອື່ນໝົດ ລັດຖະບານຫວຽດນາມຕ້ອງສືບຕໍ່ມີບັນດາບ້ວງເງິນໜູນຊ່ວຍ, ແກ້ໄຂບັນດາລະບຽບການບໍລິຫານເພື່ອສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຮັບປະກັນນະໂຍບາຍໜູນຊ່ວຍສັງຄົມໃຫ້ແກ່ຜູ້ອອກແຮງງານ. ພ້ອມທັງຮຽກຮ້ອງໃຫ້ບັນດາຄູ່ຮ່ວມມື EU ຊຶ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ. ນີ້ແມ່ນການກະທຳເພື່ອຫັນສັນຍາການຄ້າເສລີທີ່ສອງຝ່າຍຫາກໍ່ໄດ້ຮັບການລົງນາມ ແລະ ຮັບຮອງເອົາຈາກສະພາແຫ່ງຊາດໃຫ້ປະກົດຜົນເປັນຈິງ.