ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 950 ປີ​ແຫ່ງວັນ​ສ້າງ​ຕັ້ງ ກວັກ​ຕື​ຢາມ, ເຊິ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ/ສະ​ຖາ​ການ​ສຶກ​ສາ​ແຫ່ງ​ຊາດ​ທຳ​ອິດ​ຂອງ ຫວຽດ​ນາມ (1076 – 2026), ຫວ່າງມໍ່​ໆ​ມານີ້, ຢູ່ ວັນ​ມຽວ - ກວັກ​ຕື​ຢາມ, ຮ່າ​ໂນ້ຍ, ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຮູບ​ເງົາ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ຮ່າ​ໂນ້ຍ, ສູນ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ວິ​ທະ​ຍາ​ສາດ ວັນ​ມຽວ - ກວັກ​ຕື​ຢາມ ​ຈັດ​ການ​ເສັງ​ຟິມ​ຮູບ​ເງົາ​ເລື່ອງ​ສັ້ນ “​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃນມື້ນີ້”.

ການ​ເສັງ​ໄດ​້​ຈັດ​ຂຶ້ນ​ຄື​ດັ່ງ​ໂອ​ກາດ​ເພື່ອ​ໃຫ້​ລຸ້ນ​ໜຸ່ມ​ສຳ​ພັດ​ກັບ​ມໍ​ລະ​ດົກ​ດ້ວຍ​ມູມ​ມອງ​ແຫ່ງ​ຍຸກ​ສະ​ໄໝ​ຂອງ​ຕົນ. ຄວາມ​ປາດ​ຖະ​ໜາ​​ແຜ່​ກະ​ຈາຍສານ​ກ່ຽວ​ກັບ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ແບບ​ວິ​ທີ​ການ​ຮ່ຳ​ຮຽນ​ໂດຍ​ຜ່ານ​ການ​ເສັງ, ທ່ານ​ນາງ ໂງ​ທິ​ເຟືອງ​ລານ, ປະ​​ທານ​ສະ​ມາ​ຄົມ​ສົ່ງ​ເສີມການ​ພັດ​ທະ​ນາ​ຮູບ​ເງົາ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ຄຳ​ວ່າ “​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃນ​ມື້ນີ້” - ແມ່ນ​ຈະ​ເພື່ອ​ແຜ່​ກະ​ຈາຍ​ສານ​ກ່ຽວ​ກັບ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ກ່ຽວ​ກັບ​​ແບບ​ວິ​ທີການ​ຮໍ່າ​ຮຽນ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ມະ​ນຸດ, ທີ່​ຕັ້ງ ແລະ ຄຸນ​ຄ່າ​ຂອງ​ພູມ​ປັນ​ຍາໃນ​ເມື່ອ​ກ່ອນ ແລະ ປະ​ຈຸບ​ັ​ນ​ສຳ​ລັບ​ຊາວ ຫວຽດ​ນາມ ໃນ​ຍ​ຸກ​ສະ​ໄໝ​ປະ​ຈຸ​ບັນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ສານ​ຄື​ແນວນັ້ນ​ຈະ​ມີ​ຄວາມ​ໃກ້​ຊິດ​ກວ່າ, ບໍ່​ພຽງ​ແຕ​່ກວມ​ເອົາ​ຄວາມ​ໝາຍ​ປະ​ຫວັດ​ສາດ​ເທົ່າ​ນັ້ນ ຫາກ​ຍັງ​ຕິດ​ພັນ​ຊີ​ວິດ, ຕ​ິດ​ພັນ​ກັບ​ຄວາມ​ຄາດ​ຫວັງ ແລະ ການ​ບືນ​ຕົວ​ຂຶ້ນ​ອີກ​ດ້ວຍ”.