ເພີ່ມທະວີການຮ່ວມມື ດ້ານເສດຖະກິດ ຫວຽດນາມ - ລາວ
22/04/2012 09:08
ທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳລັດຖະບານ ລາວ ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍວຽງ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ສປປ ລາວ ສົມສະຫວາດ ເລັ່ງສະຫວັດ ພາບ:internet (vovworld) - ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍວຽງ ຫວຽດນາມ ກ່ຽວກັບສະພາບການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ລາວ, ເນື່ອງໃນໂອກາດປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ, ທ່ານ ສົມສະຫວາດ ເລ່ັງສະຫວັດ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳລັດຖະບານ ລາວ, ປະທານ ຄະນະກຳມະການຮ່ວມມື ລາວ ຫວຽດນາມ ໃຫ້ຮູ້ວ່າ: ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃນປີນີ້ແມ່ນດີກວ່າປີກາຍ. ລະອຽດຄື: ວົງເງິນການຄ້າປີກາຍບັນລຸກວ່າ 400 ລ້ານ USD, ປີນີ້ບັນລຸກວ່າ 500 ລ້ານ USD. ກ່ຽວກັບຂົງເຂດການລົງທຶນ, ວິສາຫະກິດ ຫວຽດນາມ ລົງທຶນເຂົ້າລາວນັບແຕ່ປີ 2008 ມາຮອດປະຈຸບັນນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ແມ່ນຫນຶ່ງໃນ 3 ປະເທດນຳຫນ້າກ່ຽວກັບການລົງທຶນຂອງຕ່າງປະເທດ ຢູ່ລາວ ແລະ ສ່ວນຫລາຍແມ່ນຂົງເຂດໄຟຟ້າ, ປູກຕົ້ນຢາງພາລາ. ທ່ານຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ ກໍສະແດງຄວາມປາດຖະຫນາຢາກບັນດາວິສາຫະກິດ ຫວຽດນາມ ສືບຕໍ່ ເປີດກວ້າງຂົງເຂດການລົງທຶນເຂົ້າລາວ ໃນອະນາຄົດ.
TAG
ສົມສະຫວາດ ເລັ່ງສະຫວັດ
Related





