ທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (EU) (ພາບ: TTXVN)

ບັນດາການເຈລະຈາກ່ຽວກັບການປະຕິບັດສຳເລັດຂໍ້ຕົກລົງດ້ານການຄ້າສະບັບໃໝ່ລະຫວ່າງ ອັງກິດ ແລະ 27 ປະເທດສະມາຊິກ EU ຖືກຢຸດສະງັກເປັນເວລາຫຼາຍອາທິດຍ້ອນວ່າ ໂລກລະບາດ Covid – 19 ອັນໄດ້ຍູ້ໃຫ້ ເອີລົບ ຕົກເຂົ້າສູ່ສະພາບການຖືກປິດລ້ອມ. ການເຈລະຈາຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 20 ເມສາ, ບັນດາການເຈລະຈາລະຫວ່າງ ອັງກິດ ແລະ EU ຄາດວ່າຈະແກ່ຍາວໝົດອາທິດນີ້ ແລະ ຮອບຕໍ່ໄປ ຄາດວ່າຈະຈັດຂຶ້ນໃນວັນທີ 11 ພຶດສະພາ.

ພາຍຫຼັງການເຈລະຈາທາງອອນລາຍກັບຄູ່ຕຳແໜ່ງຝ່າຍອັງກິດ David Frost, ທ່ານ Barnier ກ່າວວ່າ ສອງຝ່າຍຕ້ອງບັນລຸໄດ້ຄວາມຄືບໜ້າໃນບັນດາຂົງເຂດທັງໝົດ, ດ້ວຍເປົ້າໝາຍສຳຄັນແມ່ນມີບັນດາຄວາມຄືບໜ້າຢ່າງຈະແຈ້ງໃນເດືອນມິຖຸນານີ້.