ໂດຍ​ໄດ້​ກຳ​ເນີດ ແລະ ເຕີບໃຫຍ່​ຂຶ້ນ​ຢູ່​ແຂວງ ຊັອກ​ຈັງ ເມື່ອ​ກ່ອນນີ້ ປັດ​ຈຸ​ບັນ​ແມ່ນ​ແຂວງ ເກິ່ນ​ເທີ, ເຂດ​ດິນ​ແດນ​ທີ່​ອຸ​ດົມ​ຮັ່ງ​ມີ​ຕິດ​ພັນ​ກັບ​ມູນ​ເຊື້ອ​ກະ​ສິ​ກຳ​ມາ​ແຕ່​ດົນ​ນານ, ທ່ານ ໂຮ່ກວາງ​ກົວ ໄດ້​ຫຼໍ່​ລ້ຽງຄວາມເມົາ​ມົວກັບ​ຕົ້ນເຂົ້າ. ຮຽນ​ຈົບ​ຂະ​ແໜງ​ປູກ​ຝັງ ​ເມື​ອ່​ປີ 1978, ທ່ານ ກົວ ໄດ້​ຜ່ານຫຼາຍ​ຕຳ​ແໜ່​ວຽກ​ງານ ຈາກ​ຂະ​ແໜງ​ກະ​ສິ​ກຳ​ພັດ​ທະ​ນາ​ຊົນ​ບົດ ເມືອງ ​ໝີ​ຊວຽນ ​ຕະຫຼອດ​ຮອດ​ຮອງ​ຫົວ​ໜ້າ​ພະ​ແນກວິ​ທະ​ຍາ​ສາດ​ເຕັກ​ໂນໂ​ລ​ຢີ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແຂວງ ຊັອກ​ຈັງ. ແຕ່​ທ່ານ​ໄດ້​ເລືອກ​ເອົາ​ເສັ້ນ​ທາ​ງ​ຜູກ​ພັນ​ກັບ​ການ​ຄົ້ນ​ຄວ້າປະ​ສົມ​ພັນ​ເຂົ້າ ດ້ວຍ​ຄວາມ​ຫວັງ​ຢາກ​ຊ່ວຍ​ຊາວ​ກະ​ສິ​ກອນຫຼຸດ​ຜ່ອນ​ຄວາມ​ລ​ຳ​ບາກ ​ແລະ ມີ​ການ​ດຳ​ລົງ​ຊີ​ວິ​ດ​ເປັນ​ປົກ​ກະ​ຕິກວ່າ​ເກົ່າ. ທ່ານ ກົວ ໃຫ້​ຮູ້​ວ່າ:

“ວິ​ວັດ​ການ​ເຮັດ​ແນວ​ພັນ​ເຂົ້າຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ໃຊ້​ເວ​ລາ​ນານ. ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແນວ​ພັນ​ເຂົ້າ​ຫອມ​ ປູກ​ໃນ​ໄລ​ຍະ​ສັ້ນ​ລົງ, ຄຸນ​ນະ​ພາບ​ສູງກວ່າ. ນັ້ນ​ແມ່ນ​ບັນ​ຫາ​ທີ່​ວາງ​ອອກ​ໃນ​ໄລ​ຍະ​ນັ້ນ ເພື່ອ​ສ້າງ​ລະ​ບົບ​ນິ​ເວດ​​ຄືໃນ​ປັດ​ຈຸ​ບັນ”.

ນັບ​ແຕ່​ຊຸມ​ປີ 1990 ໂຮ່​ຫວາງ​ກົວ ພ້ອມ​ກັບ​ເພື່ອນ​ຮ່ວມງານ​ໄດ້​ເລີ່ມຕົ້ນ​ເສັ້ນ​ທາງ​ປະ​ສົມ​ພັນ​ເຂົ້າ ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ ST ນັບ​ແຕ່ນັ້ນ​ມາ​ບັນ​ດາ​ພັນ​ເຂົ້າ​ໄດ້​ກຳ​ເນີດ​ຂຶ້ນ​ຄື ST 3, ST 5, ST 10, ST 20… ແຕ່​ລະ​ແນວ​ພັນ​ເຂົ້າ​ກໍ່​ແມ່ນ​ບາດ​ກ້າວ​ເດີນ​ທາງ​ດ້ານ​ສະ​ມັດ​ຕະ​ພາບ ຄຸນ​ນະ​ພາບ ແລະ ຄວາມ​ສາ​ມາດ​ແທດ​ເໝາະ​ກັບ​ທີ່​ດິ​ນ ອາ​ກາດ. ແຕ່​ຕ້ອງ​ໃຊ້​ເວ​ລາກວ່າ 20 ປີ ທ່ານ​ພ້ອມ​ກັບ​ເພື່ອນ​ຮ່ວມ​ງານ​ຈຶ່ງ​ສາ​ມາດ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​​ຢ່າງ​ແທ້​ຈິງ ດ້ວຍ ST 25 ເຊິ່ງ​ແມ່ນ​ແນວ​ພັນ​ເຂົ້າ​ມີ​ຄຸນ​ນະ​ພາບ​ສົມ​ບູນ. ທ່ານ ກົວ ໃຫ້​ຮູ້​ອີກວ່າ:

“ປັດ​ຈຸ​ບັນ​ຈະ​ເຫັນ​ແນວ​ພັນ​ເຂົ້າ​ໃໝ່​ຢູ່​ເຂດ​ແຫຼມ ກ່າ​ເມົາ, ເຮັດ​ແນວ​ໃດ​ເພື່ອ​ມີ​​ການ​ປ່ຽນ​ແປງໃໝ່. ໝາຍ​ຄວາມ​ວ່າ ມີ​ເຂົ້າ​ແລ້ວ ໂຕ​ກຸ້ງກໍ່​ຂະ​ຫຍາຍ​ປົກ​ກະ​ຕິກວ່າ​ເກົ່າ ໃຜ​ປູກ​ເຂົ້າ​ໃນ​ປັດ​ຈຸ​ບັນ​ກໍ່​ເປັນ​ການ​ດີ, ລາຍ​ຮັບ​ຈາກ​ການ​ລ້ຽງ​ກຸ້ງ ແລະ ຕົ້ນ​ເຂົ້າ ST 25 ກໍ່​ເທົ່າ​ທຽມ​ກັນ”.

ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ ກົວ ໄດ້​ຮັບ​ການຢັ້ງ​ຢືນ​ດ້ວຍ​ບັນ​ດາ​ລາງວັນ​ອັນ​ສູງ​ສົ່ງ. ທ່ານ​ມີ​ກຽດ​ໄດ້​ຮັບຫຼາຍຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ຕ່າງໆ ໄດ້​ຮັບ​ນາມ​ມະ​ຍົດວິ​ລະ​ຊົນ​ແຮງ​ງານ​ໃນ​ປີ 2013. ພິ​ເສດ​ໃນ​ປີ 2021 ທ່ານ ແລະ ກຸ່ມ​ນັກ​ຄົ້ນ​ຄວ້າ​ໄດ້​ຮັບ​ລາງວັນ ໂຮ່​ຈີ​ມິນ ກ່ຽວ​ກັບ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ ຈາກ​ພັກ ແລະ ລັດ. ປະ​ລິນ​ຍາ​ເອກ ​ເຈິ່ນຫງອກ​ແທັກ ຫົວ​ໜ້າ​ສະ​ຖາ​ບັນ​ເຂົ້າ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ຖືວ່າ:

“ນັບ​ແຕ່​ໄລ​ຍະ​ເຂົ້າ​ເຕີບ​ໂຕ​ເປັນ​ໄລ​ຍະ​ສັ້ນ, ເຮົາ​ໄດ້​ຄ່ອຍໆ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຜະ​ລິດ​ ດ້ວຍ​ບັນ​ດາ​ແນວ​ພັນ​ເຂົ້າ​ສາ​ມາດ​ຕ້ານ​ຢັນ​ກັບ​ສັດ​ຕູ​ພືດ, ສາ​ມາດ​ຕ້ານ​ຢັນ​ກັບ​ເງື່ອນ​ໄຂ​ທີ່ບໍ່​ດີ​ຂອງ​ສິ່ງ​ແວດ​ລ້ອມ ແລະ ຄ່ອຍໆ​ກາຍ​ເປັນ​ແນວ​ພັນ​ເຂົ້າ​ທີ່​ແຊບ​ນົວ. ພວກ​ເຮົາ​ກໍ່​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ການ​ເຂົ້າ​ຮ່ວມ​ໃນ​ຕະຫຼາດ​ສົ່ງ​ອອກ​ເຂົ້າ​ສານ”.

ບັນ​ດາ​ການ​ປະ​ກອບ​ສ່ວນ​ວິ​ລະ​ຊົນ​ແຮງ​ງານ ໂຮ່ກວາງ​ກົວ ໄດ້​ກາຍ​ເປັນ​ຄວາມ​ເປັນ​ກຽດ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ຢ່າງ​ໃຫຍ່ຫຼວງ​ຕໍ່​ຂະ​ແໜງ​ເຂົ້າ​ສານ ຫວຽດ​ນາມ. ທ່ານ ເລ​ແທັງ​ຕຸ່ງ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສາ​ສະ​ມາ​ຄົມ​ຂະ​ແໜງ​ສິນ​ຄ້າ​ເຂົ້າ​ສານ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ຫວຽດ​ນາມ ໄດ້​ມີ​ສາມ​ຄັ້ງ​ທີ່​ເຂົ້າ​ສານ ST 25 ຖືກ​ຈັດ​ຢູ່​ໃນໃນໝວດ​ສິນ​ຄ້າ​​ແຖວ​ໜ້າຂອງ​ໂລກ. ການ​ປະ​ກອບ​ສ່ວນ​ໃນ​ການ​ຄົ້ນ​ຄວ້າ, ປະ​ສົມ​ພັນ​ເຂົ້າ​ເພື່ອ​ໃຫ້​ກ​ຳ​ເນີດ ST 25 ຂອງວິ​ລະ​ຊົນ​ແຮງ​ງານ ໂຮ່ກວາງ​ກົວ ແມ່ນ​ເປັນ​ໜ້າ​ຮັບ​ຮູ້ ນີ້​ແມ່ນ​ແນວ​ພັນ​ເຂົ້າ​ມີ​ກິ່ນ​ຫອມ​ຂອງດອກ​ຊ້ອນ ທັງ​ມີ​ລົດ​ຫອມ​ຂອງ​ໝາກ​ນັດ”.

ເລື່ອງ​ລາວ​ກ່ຽວ​ກັບ​ນັກ​ວິ​ລະ​ຊົນ​ແຮງ​ງານ ໂຮ່ກວາງ​ກົວ ແມ່ນຫຼັກ​ຖານ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ກຳ​ລັງ​ແຮງ​ທາງ​ດ້ານ​ວິ​ທະ​ຍາ​ສດ ເຕັກ​ໂນ​ໂ​ລ​ຢີ ຂະ​ນະ​ທີ່​ຕິດ​ພັນ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ. ຄວາມ​ເມົາ​ມົວ ແລະ ຄວາມ​ມາ​ນະ​ອົດ​ທົນ​ຄົ້ນ​ຄວ້າ​ຢ່າງບໍ່​ຮູ້​ອິດ​ຮູ້​ເມື່ອຍ, ທ່ານ ກົວ ໄດ້​ປະ​ກອບ​ສ່ວນ​ນຳ​ເຄື່ອງ​ໝາຍ ຫວຽດ​ນາມ ກ້າວ​ໄປ​ໄກ​ໃນ​ຕະຫຼາດ​ສາ​ກົນ.