ບັນດາການກຳນົດທິດຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃນວາລະໄຂກອງປະຊຸມສູນກາງຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ໃນຕອນເຊົ້າວັນທີ 20 ກໍລະກົດ ກ່ຽວກັບເນື້ອໃນຈຸດສຸມຍົກສູງກຳລັງຄວາມສາມາດນຳພາ, ກຳອຳນາດ ແລະ ຄຸນນະພາບການເຄື່ອນໄຫວຂອງລະບົບການເມືອງ, ພວມໄດ້ຮັບຄວາມເຫັນດີເຫັນພ້ອມຈາກພະນັກງານ, ລັດຖະກອນ, ສະມາຊິກພັກ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ປະຊາຊົນຈຳນວນຫຼາຍ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງຄຳຮຽກຮ້ອງຕ້ອງການຍົກສູງກຳລັງຄວາມສາມາດນຳພາ, ກຳອຳນາດ ແລະ ຄຸນນະພາບການເຄື່ອນໄຫວຂອງພັກ ແລະ ລະບົບການເມືອງ. ທ່ານ ຮສ.ປອ. ນາງ ບຸ່ຍທິອານ, ຫົວໜ້າສະຖາບັນຊັບພະຍາກອນ, ສິ່ງແວດລ້ອມ ແລະ ພັດທະນາຊຸມຊົນ, ຖືວ່າ:
“ຂ້າພະເຈົ້າເຫັນວ່າ ສິ່ງທີ່ສຳຄັນທີ່ສຸດໃນສານຂໍ້ຄວາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ນັ້ນແມ່ນ ກຳນົດສ້າງມາດຖານຕີລາຄາການປະຕິຮູບໄດ້ຢ່າງຈະແຈ້ງ ໂດຍບໍ່ອີງໃສ່ຈຳນວນອົງການໂຮມເຂົ້າກັນ, ຫາກໄດ້ຕີລາຄາດ້ວຍລະດັບຄວາມເພີ່ງພໍໃຈຂອງປະຊາຊົນ, ວິສາຫະກິດ ແລະ ປະສິດທິຜົນການພັດທະນາຂອງປະເທດຊາດ. ຂ້າພະເຈົ້າຖືວ່າ ນີ້ແມ່ນຈິນຕະນາການຄຸ້ມຄອງບໍລິຫານທີ່ທັນສະໄໝ, ຖືໝາກຜົນຮັບໃຊ້ປະຊາຊົນເປັນໄມ້ຫຼາວັດແທກສູງສຸດ ແລະ ຖືປະຊາຊົນເປັນໃຈກາງ”.
ເພື່ອສືບຕໍ່ຍົກສູງກຳລັງຄວາມສາມາດຊນຳພາ, ຄຸ້ມຄອງບໍລິຫານ ແລະ ຄຸນນະພາບຮັບໃຊ້ປະຊາຊົນ, ທ່ານ ຫງວຽນຕຽນຢິງ, ອະດີດຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຖືວ່າ:
“ເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນສອງຂັ້ນເຄື່ອນໄຫວໄດ້ເປັນຢ່າງດີກວ່ານັ້ນ, ໃນໄລຍະຈະມາເຖິງ ພວກເຮົາຄວນສືບຕໍ່ສຳຫຼວດກວດຄືນ ແລະ ແບ່ງຂັ້ນ, ພິເສດ ແມ່ນແບ່ງສິດຢ່າງເຂັ້ມແຂງກວ່າ ແລະ ເໝາະສົມກວ່າ, ຈະແຈ້ງກວ່າ. ການສຳຫຼວດກວດຄືນແມ່ນເພື່ອໃຫ້ພວກເຮົາສັບຊ້ອນໂຄງປະກອບກົງຈັກການຈັດຕັ້ງຄືນໃໝ່, ໂດຍສະເພາະແມ່ນການຈັດຕັ້ງກົງຈັກ ບັນດາອົງການວິຊາການເພື່ອຮັບປະກັນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຍົກສູງຄຸນນະພາບຂອງຖັນແຖວພະນັກງານລັດຖະກອນໃນກົງຈັກປັດຈຸບັນ”.








