ກອງປະຊຸມຄັ້ງທີ 4 ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 5 ຕຸລາ, ຢູ່ນະຄອນຫຼວງຮ່າໂນ້ຍ. ໄດ້ດຳເນີນໃນສະພາບການປະເທດຊາດພວມຢື່ນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການເພີ່ມຄວາມໄວໃນການພັດທະນາ, ພ້ອມທັງປະເຊີນໜ້າກັບບັນດາການຜັນແປໂດຍໄວ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການສາກົນ. ກອງປະຊຸມໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃຫຍ່, ຕ້ອງຍົກສູງຄວາມສາມາດເປັນເຈົ້າການຍຸດທະສາດ, ຄວາມສາມາດຮັບມື, ປັບຕົວໃຫ້ແທດເໝາະ ແລະ ມີຄວາມຕັດສິນໃຈກະທຳຢ່າງສູງ.
ສານລຸລວງໃນບົດກ່າວຄຳເຫັນໄຂກອງປະຊຸມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ແມ່ນແຜນນະໂຍບາຍຖືກຕ້ອງ ຕ້ອງໄປຄຽງຄູ່ກັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ຫັນນະໂຍບາຍຊີ້ຂາດກາຍເປັນໝາກຜົນ ແລະ ຜົນປະໂຫຍດແທ້ຈິງໃຫ້ແກ່ປະຊາຊົນ.
ຍົກສູງຄວາມສາມາດໃນການປະຕິບັດ
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ກອງປະຊຸມສູນກາງຄັ້ງທີ 4 ບໍ່ພຽງແຕ່ແກ້ໄຂບັນດາບັນຫາໃນສະເພາະໜ້າເທົ່ານັ້ນ, ຫາກຍັງຕ້ອງກະກຽມບັນດາເງື່ອນໄຂກ່ຽວກັບທິດສະດີ, ການຈັດຕັ້ງ ແລະ ບຸກຄະລາກອນໃນເສັ້ນທາງພັດທະນາຍາວນານ.
ຄວາມຮຽກຮ້ອງກວມລວມແມ່ນຍົກສູງຄວາມສາມາດໃນການຊີ້ນຳນຳພາຂອງພັກ, ເຕົ້າໂຮມ ແລະ ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອຫັນເປົ້າໝາຍພັດທະນາ ໃຫ້ປະກົດຜົນເປັນເຈິງ. ບັນດາບັນຫາ ກ່ຽວກັບການຈັດຕັ້ງ, ກໍ່ສ້າງພັກ, ວິທີການນຳພາ, ກຳອຳນາດ, ພະນັກງານ, ແຫຼ່ງກຳລັງ ແລະ ພັດທະນາເສດຖະກິດ ສັງຄົມ ຕ້ອງໄດ້ຮັບການພິຈາລະນາ ໃນການພົວພັວກ໋ຽວຂ້ອງກັນ; ພັກກຳນົດທິດຖືກຕ້ອງ. ລະບົບການເມືອງ, ກົງຈັກບໍລິຫານເຄື່ອນໄຫວຢ່າງມີປະສິດທິຜົນ. ທ່າແຮງບົ່ມຊ້ອນ, ກຳລັງແຮງຂອງມະນຸດໄດ້ເສີມຂະຫຍາຍ. ປະຊາຊົນ ໄດ້ຊົມໃຊ້ໝາກຜົນ. ໜ້າທີ່ສະເພາະໜ້າຕິດພັນກັບເປົ້າໝາຍປີ 2030, ປີ 2045 ແລະ ວິໄສທັດຍາວນານ.
ບົນຈິດໃຈນັ້ນ, 4 ຈຸດສຸມໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແນະນຳຢູ່ກອງປະຊຸມລວມມີ: ຍົກສູງຄວາມສາມາດປ່ຽນແປງໃໝ່ດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ ແລະ ຄວາມສາມາດກຳນົດທິດພັດທະນາ ປະເທດຊາດຂອງພັກ; ປ່ຽນແປງໃໝ່ວິທີການນຳພາ, ກຳອຳນາດເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບການເມືອງ, ປ່ຽນແປງໃໝ່ວຽກງານພະນັກງານ ແລະ ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ; ກຳນົດຖືກຕ້ອງບຸລິມະສິດ, ເສີມຂະຫຍາຍບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອພັດທະນາໂດຍໄວ ແລະ ຍືນຍົງ.
ສິ່ງທີ່ເປັນໜ້າສົນໃຈແມ່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ກໍ່ສ້າງ, ປັບປຸງພັກຕ້ອງແທດຈິງກວ່າ, ຕິດພັນກັບຄວາມຮັບຜິດຊອບຂອງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ ແລະ ພິເສດແມ່ນອີ່ງໃສ່ປະຊາຊົນ, ຖືຄວາມເພິ່ງພໍໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນແມ່ນໄມ້ຫຼ້າວັດແທກ.
ກົງຈັກປ່ຽນແປງວິທີການການນຳພາກໍ່ຕ້ອງປ່ຽນແປງ, ດ້ວຍການແບ່ງກຳນົດຢ່າງຈະແຈ້ງສິດອຳນາດ, ຄວາມຮັບຜິດຊອບ ແລະ ເສີມຂະຫຍາຍລັກສະນະເປັນເຈົ້າການຂອງແຕ່ລະຂັ້ນ. ພິເສດ, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັ້ກເຖິງວຽກງານຕີລາຄາພະລັກງານອີງຕາມໝາກຜົນ, ເປັນຕົ້ນແມ່ນຄວາມສາມາດແກ້ໄຂວຽກງານຫຍຸ້ງຍາກ.
ແຜນຍຸດທະສາດແຫ່ງຊາດ ກ່ຽວກັບການດຶງດູດ, ນຳໃຊ້ ແລະ ພັດທະນາຜູ້ມີຄວາມເກັ່ງກ້າສາມາດໃນບັນດາຂະແໜງ, ຂົງເຂດປາຍແຫຼມຮັບໃຊ້ການພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງ ຕ້ອງເລີ່ມມາຈາກບັນດາໜ້າທີ່ຍຸດທະສາດ ແລະ ຄວາມສາມາດປະເທດຊາດພວມຂາດເຂີນ. ຕ້ອງບຳລຸງກໍ່ສ້າງ, ດຶງດູດ, ເຊື່ອມຕໍ່ຜູ້ມີຄວາມເກັ່ງກ້າສາມາດແນວໃດເພື່ອເປັນເຈົ້າທາງດ້ານເຕັກໂນໂລຢີ, ຍົກສູງສະມັດຕະພາບ ແລະ ຄວາມເປັນເຈົ້າຕົນເອງ? ນຳໃຊ້ແມ່ນຂັ້ນຕອນຫຼັກ, ສ້າງແຫຼ່ງກຳລັງແມ່ນວຽກງານພື້ນຖານ, ຍາວນານ.
ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັ້ກວ່າ ຕ້ອງກຳນົດຖືກຕ້ອງບຸລິມະສິດ, ນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ, ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການເພື່ອສ້າງກຳລັງໜູນໃຫ້ແກ່ເປົ້າໝາຍເຕີບໂຕ GDP ແຕ່ 10%ຂຶ້ນໄປ. ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຕ້ອງກາຍເປັນກຳລັງໜູນຍົກສູງສະມັດຕະພາບ, ພ້ອມທັງດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຕິດພັນກັບການຖ່າຍທອດເຕັກໂນໂລຢີ ແລະ ຍົກສູງມູນຄ່າເພີ່ມພາຍໃນປະເທດ.
ແຜນນະໂຍບາຍຖືກຕ້ອງຕ້ອງກາຍເປັນໝາກຜົນຢ່າງແທ້ຈິງ
ບົນພື້ນຖານບັນດາຈຸດສຸມໄດ້ຍົກອອກມາຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການລຸລ່ວງນັ້ນແມ່ນ:
ບັນດາແຜນນະໂຍບາຍ, ກຳນົດທິດໃຫຍ່ໄດ້ກຳນົດຕ້ອງຫັນເປັນລະບອບລະບຽບການຢ່າງຄົບຖ້ວນ, ຄົບຊຸດ ແລະ ມີການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ຄວາມຮັບຜິດຊອບຕ້ອງຕິດພັນກັບຄຸນນະພາບ, ຄວາມຄືບໜ້າໃນການຫັນເປັນລະບອບລຽບການ ແລະ ໝາກຜົນຂອງການປະຕິບັດ. ຕ້ອງຮັບປະກັນ ມະນຸດ, ສິດອຳນາດ ແລະ ແຫຼ່ງກຳລັງພາຍຫຼັງຕັດສິນ. ແຕ່ລະນະໂຍບາຍຕ້ອງມີວິທີການກວດກາໝາກຜົນ ແລະ ການປັບປຸງຈາກຕົວຈິງ. ບັນຫາໃດໄດ້ຮັບການແກ້ໄຂ, ແຫຼ່ງກຳລັງໃດໄດ້ຮັບການປຸກລຸກຢ່າງລຸລ່ວງ, ປະຊາຊົນໄດ້ຮັບຜົນຫຍັງ? ແຕ່ລະໝາກຜົນຕ້ອງຮັບປະກັນລັກສະນະປະສິດທິຜົນ.
ສະພາບການ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາດ້ວຍບັນດາເປົ້າໝາຍສູງກວ່າ, ຄວາມຮຽກຮ້ອງຕ້ອງການໃຫຍ່ກວ່າ, ນີ້ຮຽກຮ້ອງມີລັກສະນະຕັດສິນ. ນີ້ແມ່ນວິທີການເຂົ້າເຖິງ ຈາກການວາງອອກນະໂຍບາຍຊີ້ຂາດ ໄປສູ່ “ການສ້າງໝາກຜົນ”.
ຈາກກອງປະຊຸມສູນກາງພັກຄັ້ງທີ 4, ສິ່ງທີ່ໄດ້ຮັບຄວາມມຸ່ງຫວັງບໍ່ພຽງແຕ່ແມ່ນບັນດານະໂຍບາຍຕັດສິນໃໝ່ເທົ່ານັ້ນ, ຫາກຍັງສຳຄັນກວ່ານັ້ນແມ່ນວິທີການກະທຳໃໝ່: ຂຽວຂາດກວ່າ, ມີຄົນຢ່າງຈະແຈ້ງ, ມີວຽກງານຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຢ່າງຈະແຈ້ງ, ມີແຫຼ່ງກຳລັງ ແລະ ໄດ້ຮັບການຢັ້ງຢືນດ້ວຍປະສິດທິຜົນຕົວຈິງ. ຍ້ອນວ່າ, ກຳລັງຄວາມສາມາດໃນການຊີ້ນຳນຳພາ ແລະ ຄວາມສາມາດໃນການຄຸ້ມຄອງບໍລິຫານຕ້ອງໄດ້ສະແດງອອກດ້ວຍໝາກຜົນແຫ່ງການພັດທະນາປະເທດຊາດ, ດ້ວຍກຳລັງແຮງໄດ້ລຸລ່ວງຂອງທົ່ວສັງຄົມ ແລະ ດ້ວຍຜົນປະໂຫຍດອັນແທດຈິງເຊິ່ງ ປະຊາຊົນແຕ່ລະຄົນໄດ້ຊົມໃຊ້.








