ຕອນເຊົ້າວັນທີ 5 ຕຸລາ, ຢູ່ຫໍສະພາແຫ່ງຊາດລາວທີ່ ນະຄອນຫຼວງ ວຽງຈັນ, ກອງປະຊຸມຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ X ຂອງລາວໄດ້ໄຂຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານ ຂອງທ່ານນາງ ສູນທອນ ໄຊຍະຈັກ ຜູ້ຮັກສາການປະທານສະພາແຫ່ງຊາດ ລາວ. ເຂົ້າຮ່ວມມີການທ່ານເລຂາທິການໃຫຍ່,ປະທານປະເທດ ລາວ ທອງລຸນ ສີສຸລິດ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ສູນທອນ ໄຊຍະຈັກ ເນັ້ນໜັກວ່າ ກອງປະຊຸມຄັ້ງທີ 2 ສະພາແຫ່ງຊາດຊຸດທີ X ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນເພື່ອແນໃສ່ພິຈາລະນາ, ປຶກສາຫາລື ແລະ ຕັດສິນຫຼາຍບັນຫາໂດຍພື້ນຖານ, ຍຸດທະສາດຂອງຊາດ. ທ່ານນາງ ສູນທອນ ໄຊຍະຈັກ ໄດ້ສະເໜີບັນດາສະມາຊິກສະພາແຫ່ງຊາດ ສຸມໃສ່ຄົ້ນຄ້ວາ, ພິຈາລະນາ ແລະ ປະກອບຄຳເຫັນຢ່າງມີປະຊາທິປະໄຕ, ຮັບປະກັນຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ. ພາຍຫຼັງພິທີໄຂ, ສະພາແຫ່ງຊາດຊຸດທີ X ໄດ້ດຳເນີນການບູລະນະບັນດາຕຳແໜ່ງການນຳຂັ້ນສູງຂອງ ລັດ. ດ້ວຍບັດເຫັນດີ 100%, ບັນດາສະມາຊິກສະພາແຫ່ງຊາດໄດ້ເລືອກເອົາທ່ານ ສອນໄຊ ສີພັນດອນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ X.
ສະພາແຫ່ງຊາດຊຸດທີ X ກໍ່ລົງມະຕິເຫັນດີເປັນເອກະພາບຮັບຮອງເອົາການສະເໜີແຕ່ງຕັ້ງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານລາວຊຸດທີ X, ຮັບດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ຂອງລັດຖະບານ ລາວ ຊຸດທີ X.






