VOV WorldVOV World
ຫັນບັນດາຊ່ອງດຶງດູດການລົງທຶນເຂົ້າຫວຽດນາມເປັນຫຼາຍຮູບຫຼາຍແບບ
16/10/2014 12:03
ຕອນ​ເຊົ້າວັນ​ທີ 16/10, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ນັກ​ລົງທຶນ 2014
ຫັນບັນດາຊ່ອງດຶງດູດການລົງທຶນເຂົ້າຫວຽດນາມເປັນຫຼາຍຮູບຫຼາຍແບບ
(vovworld) –​​​​​​​​ ຕອນ​ເຊົ້າວັນ​ທີ 16/10, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ນັກ​ລົງທຶນ 2014 ​ໂດຍ​ກຸ່ມ​ບໍລິສັດ VinaCapital ຈັດຕັ້ງຂຶ້ນ. ​ແຂກ​ນັບ​ຮ້ອຍ​ຄົນ​ແມ່ນ​ບັນດາ​ນັກ​ລົງທຶນ​ສາກົນ, ບັນດາ​ຄູ່​ຮ່ວມ​ມື​​ໄດ້ເຂົ້າຮ່ວມກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ເລື່ອງ​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ​​ເປັນ​ເຈົ້າການ​ໃນ​ການ​ສົ່ງ​ເສີມ​ການ​ລົງທຶນ, ຮຽກຮ້ອງ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ຮ່ວມ​ມື, ຮ່ວມ​ທຸລະກິດ​ຢູ່​ຕະຫຼາດ​ຫວຽດນາມ, ຖື​ວ່າ​ນີ້​ແມ່ນ​ບາດກ້າວ​ຫັນ​ບັນດາ​ຊ່ອງ​ດຶງ​ດູດ​ການ​ລົງທຶນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຢືນຢັນ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ​ໃນ​ການ​ສົ່ງ​ເສີມ ​ແລະ ສ້າ​ງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດ, ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າຮ່ວມ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.   ພິ​ເສດ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​​ໄດ້ແລກປ່ຽນ​ໂດຍ​ກົງ​ກັບ​ບັນດາ​ນັກ​
TAG
vov/vovworld ​ຮ່າ​ໂນ້ຍ