|
(ພາບ: VGP) |
ທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ເນັ້ນໜັກເຖິງບັນດາໜ້າທີ່ທີ່ໄດ້ວາງອອກໃຫ້ແກ່ຫ້ອງວ່າການລັດຖະບານໃນໄລຍະຈະມາເຖິງ. ທ່ານກ່າວວ່າ:
ກ່ອນອື່ນໝົດ, ໃນສະພາບການໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນນັ້ນ, ຕ້ອງສຸມໃສ່ເປັນເສນາທິການ, ຊຸກຍູ້ການຜັນຂະຫຍາຍບັນດາວິທີການທີ່ໄດ້ວາງອອກຢ່າງມີປະສິດທິຜົນເພື່ອແນໃສ່ປະຕິບັດໃຫ້ສຳເລັດ “ເປົ້າໝາຍຄວບຄູ່”, ທັງຮັບມື, ປ້ອງກັນ, ສະກັດກັ້ນ, ຄວບຄຸມໂລກລະບາດ Covid - 19 ຢ່າງມີປະສິດທິຜົນ, ຜ້ອມທັງຟື້ນຟູເສດຖະກິດ, ກຳນົດ ແລະ ຍາດແຍ່ງ ດີບັນດາກາລະໂອກາດໃຫ້ເປັນຢ່າງເພື່ອພັດທະນາປະເທດຊາດ.
ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຫ້ອງວ່າການລັດຖະບານປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງກ່ຽວກັບວຽກງານຖະແຫຼງຂ່າວ ແລະ ສື່ສານຕາມທິດເປັນມືອາຊີບ, ຫຼາຍຮູບແບບ, ຮັບໃຊ້ວຽກງານຊີ້ນຳ, ນຳພາບໍລິຫານຂອງ ລັດຖະບານ ແລະ ນາຍົກລັດຖະມົນຕີ ຢ່າງມີປະສິດທິຜົນ.








