(ພາບ: Trading Economics)
ລາຄານຳມັນໂລກເພີ່ມຂຶ້ນສູງໃນວາລະທຸລະກຳຂອງຕອນເຊົ້າວັນທີ 20 ກໍລະກົດ, ພາຍຫຼັງທີ່ ອາເມລິກາ ເປີດບັ້ນບຸກໂຈມຕີໃໝ່ແນໃສ່ ອີຣານ, ໃນຂະນະທີ່ບັນດາການຜັນແປດ້ານຄວາມໝັ້ນຄົງຢູ່ຊ່ອງແຄບທະເລ Hormuz ສືບຕໍ່ເຮັດໃຫ້ເກີດຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງແຫຼ່ງສະໜອງພະລັງງານທົ່ວໂລກຖືກຂາດວັກຂາດຕອນ. ໃນວາລະທຸລະກຳ, ລາຄານ້ຳມັນ Brent ມີຈຸດເວລາເພີ່ມຂຶ້ນ 3,8% ຂຶ້ນກວ່າ 91 USD/ຖັງ, ເຊິ່ງເປັນລະດັບສູງສຸດນັບແຕ່ວັນທີ 11 ມິຖຸນາ, ໃນຂະນະທີ່ລາຄານຳມັນດິບ ອາເມລິກາ (WTI) ເພີ່ມຂຶ້ນເກືອບ 85 USD/ຖັງ.
ຕາມວົງການນັກໄຈ້ແຍກແລ້ວ, ສາຍເຫດຂອງສະພາບລາຄາຂຶ້ນສູງແມ່ນຍ້ອນ ອາເມລິກາ ສືບຕໍ່ດຳເນີນບັນດາການເຄື່ອນໄຫວດ້ານການທະຫານແນໃສ່ ອີຣານ, ເຮັດໃຫ້ເພີ່ມຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງແຫຼ່ງສະໜອງນ້ຳມັນຜ່ານຊ່ອງແຄບທະເລ Hormuz ຖືກຂາດວັກຂາດຕອນ. ນີ້ແມ່ນເສັ້ນທາງຂົນສົ່ງຍຸດທະສາດ, ແຫ່ງທີ່ມີ 1/5 ປະລິມານບໍລິໂພກນ້ຳມັນທົ່ວໂລກທີ່ໄດ້ຂົນສົ່ງຜ່ານທາງທະເລ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 19 ກໍລະກົດ, ອາເມລິກາ ໄດ້ປຸກລະດົມການບຸກໂຈມຕີໃໝ່ແນໃສ່ ອີຣານ, ເປັນມື້ທີ່ 9 ຢ່າງລ້ຽນຕິດທີ່ ອາເມລິກາ ດຳເນີນບັນດາການບຸກໂຈມຕີແນໃສ່ ອີຣານ, ພາຍຫຼັງການປະທະກັນຢູ່ ຕາເວັນອອກກາງ ເກີດຂຶ້ນຄືນໃໝ່ໃນຕົ້ນເດືອນ ກໍລະກົດ.




