ວັນບຸນລົງນາຢູ່ເກາະຮ່ານາງ ກວາງນິງ ຂອງພໍ່ແມ່ປະຊາຊົນທີ່ເຂດເກາະຮ່ານາມ ໄດ້ດໍາເນີນໃນວັນທີ 18ແລະ ວັນທີ 19 ກໍລະກົດ, ກົງກັບວັນທີ 5 ແລະ 6 ເດືອນ 6 ໄລຕາມຈັນທະປະຕິທິນ ທີ່ເຂດປູຊານີຍະສະຖານ ແຫ່ງຊາດສາລາກົກ, ຕາແສງຟອງກົກ, ແຂວງກວາງນີງ.
ວັນບຸນລົງນາຂອງພໍ່ແມ່ປະຊາຊົນທີ່ເຂດເກາະຮ່ານາມ ເປັນການເປີດສາກລະດູນາປີທີ່ສໍາຄັນ ໃນປີ. ສໍາລັບປະຊາຊົນທີ່ນີ້, ວັນບຸນລົງນານີ້ບໍ່ພຽງແຕ່ພາວະນາໃຫ້ດິນຟ້າເອື້ອອອຳນວຍຄວາມສະດວກເທົ່ານັ້ນ ຫາກຍັງແມ່ນ ໂອກາດ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ຂອງ ລຸ້ນພໍ່ລຸ້ນອ້າຍ, ຕິດພັນກັບວົງຄະນະຍາດ. ທ່ານນາງ ເລທິກາຍ ຕາແສງຟອງກົກ ແລະ ທ່ານ ບູ່ຍຮູຍຫວຽກ, ຕາແສງລຽນຮ່ວາ ໄດ້ ແບ່ງປັນວ່າ
“ວັນບຸນລົງນາຂອງ ລຸ້ນພໍ່ລຸ້ນອ້າຍ ປະໄວ້ໃຫ້. ພວກຂ້າພະເຈົ້າ ຍາມໃດກໍປົກປັກຮັກສາ ສີສັນຂອງບ້ານເກີດເມືອງນອນ. ມື້ວານນີ້ຝືກລອຍນ້ຳ, ແຕ່ວ່າເຊົ້າມື້ນີ້ຂ້າພະເຈົ້າ ຍັງຫວ່ານກ້າ, ດໍານາ 4 ໄລ່. ປະຊາຊົນລໍຄອຍ, ຊື່ນຊົມລໍຖ້າງານບຸນນີ້ ເຖິງວ່າຢູ່ໄກບ້ານກໍ່ຕາມ ກໍ່ຕ້ອງກັບມາ ຊົມງານບູນປະເພນີນີ້ຢູ່.”
“ໃນວັນບຸນລົງນາ, ພວກຂ້າພະເຈົ້າແຂ່ງຂັນດໍານາຄືແນວໃດໃຫ້ຊື່ແຖວ ແລະ ຊ່ວງເຮືອເພດຊາຍ ແລະ ຍິງ.ພວກຂ້າພະເຈົ້າ ຫວັງວ່າ ວັນບຸນລົງນາ ຈະມີດິນຟ້າອາກາດເອື້ອຍອຳນວຍໃຫ້ແກ່ເຂດຮ່ານາມ ໄດ້ພັດທະນາກະສິກໍາ ແລະ ສົມທົບກັບຂະແໜງສິນໃນນ້ຳພັດທະນາໃຫ້ທັນກັບບັນດາເຂດແຄ້ວນອື່ນໆ.”




