ວັດທະນະທຳເມື່ອກ່ອນີ້ຂອງອ່າວຮະລອງ ໄດ້ກັບຄືນສູ່ດ້ວຍຜະລິດຕະພັນ “ເຮືອສາມແຜ່ນ ຮະລອງ - ໃບສະເພົາມໍລະດົກ” ຫາກໍ່ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການຢູ່ເຂດແຄມຝັ່ງອ່າວ ຮະລອງ. ໃບສະເພົາຂອງເຮືອສາມແຜ່ນບໍ່ພຽງແຕ່ຫງວນຄືນຄວາມຊົງຈຳເທົ່ານັ້ນ ຫາກຍັງນຳມາເຊິ່ງສິ່ງທີ່ໃໝ່ອ່ຽມເປັນເອກະລັກ ຂະນະທີ່ແຂກທ່ອງທ່ຽວມາຢ້ຽມຢາມອ່າວຮະລອງ.
ເຮືອສາມແຜ່ນ ແມ່ນຍານພານະທີ່ມີມາແຕ່ດົນານາຂອງຊາວປະມົງຢູ່ເຂດແຄມທະເລພາກເໜືອ ພິເສດໄດ້ພັນກັບດິນແດນ ກວ໋າງອຽນ, ກວ໋າງນິງ. ເຮືອມີໂຄງສ້າງປະກອບດ້ວຍໄມ້ສາມແຜນຕັດຕໍ່ກັນ ລວມມີພື້ນ ແລະ ສອງແຜ່ນຢູ່ທາງຂ້າງນຳໃຊ້ໃບສະເພົາດ້ວຍຮູບປີກເຈ່ຍ ທີ່ມີຊື່ສຽງດ້ວຍຄວາມສາມາດເດີນທວນສາຍລົມ, ເດີນຕາມຄື້ນ ແລະ ຮັກສາຄວາມກ້ຳເກິ່ງເປັນຢ່າງດີ.
ລາຍການທ່ອງທ່ຽວໄດ້ເລີ່ມຂຶ້ນນັບແຕ່ເວລາ 8 ໂມງ ຫາ 17 ໂມງ. ເສັ້ນທາງເລີ່ມຈາກທ່າຂົນສົ່ງຂອງບໍລິສັດຫຸ້ນສ່ວນຂົນສົ່ງຜູ້ໂດຍສານທາງນ້ຳ ໃກ້ກັບຕະຫຼາດ ຮະລອງ ຕາແສງ ຮົ່ງກາຍ ຕໍ່ຈາກນນແລ່ນຕາມແຄມຝັ່ງອ່າວ ຮະລອງ ໄປຮອດເຂດຫໍພິພິທະພັນ ຫໍສະໝຸດກວ໋າງນິງ, ບໍລິເວນຈາກຂົວ ບ່າຍເທີ ຮອດຫໍພິພິທະພັນແລ້ວກັບຄືນ. ອ້າຍ ເຈືອງກວັກຮຸ່ງ ຢູ່ແຂວງ ກວ໋າງນິງ ເປີດເຜີຍວ່າ:
“ເມື່ອລົງເຮືອ, ສິ່ງທຳອິດທີ່ເຮົາມີຄວາມປະທັບໃຈ ແມ່ນຊຸດອາພອນຂອງຜູ້ຂັບເຮືອ ແມ່ນມີລັກສະນະພື້ນເມືອງ. ນອກຈາກສີສັນເກົ່າແກ່ຂອງໃບສະເພົາແລ້ວ, ແຂກທ່ອງທ່ຽວຍັງຈະໄດ້ດື່ມນ້ຳຊາ ແລະ ກິນເຂົ້າໝົມທີ່ແຊບນົວ”.
ສຳລັບຜູ້ໃດທີ່ເຄີຍມີຄວາມຜູກພັນມາແຕ່ດົນນານກັບອ່າວ ຮະລອງ, ຮູບພາບໃບສະເພົາປີກເຈ່ຍ ໄດ້ຫວນຄືນຄວາມຊົງຈຳຫຼາຍຢ່ງ. ເຮືອສາມແຜ່ນກໍ່ປຽບເໝືອນເຮືອຫຼັງໜຶ່ງບົນທະເລ ມີຄວາມຜູກພັນກັບການຫາເງິນລ້ຽງຊີບຂອງຊາວປະມົງແຂວງ ກວ໋າງນິງ ທີ່ມີມານັບຮ້ອຍປີ. ເຮືອປະເພດນີ້ເຄີຍນຳໃຊ້ໃນການສູ້ຮົບ ແບັກດັ່ງ ໃນປີ 1938 ດ້ວຍໄຊະຊະນະທີ່ລືຊາຜາກົດ ແລະ ໃຊ້ເພື່ອຂົນສົ່ງວັດສະດຸກໍ່ສ້າງ. ໃນຊຸມປີ 1950, ເຮືອສາມແຜ່ນພ້ອມກັບໃບສະເພົາ ໄດ້ສ້າງຮູບພາບ, ຮູບເງົາທີ່ໂດດເດັ່ນ ກ່ຽວກັບ ຮະລອງ ທີ່ສະຫງົບສຸກ. ໜຶ່ງໃນບັນດາຜູ້ຮັກສາວິນຍານໃຫ້ແກ່ມໍລະດົກເຮືອສາມແຜ່ນ ນັ້ນແມ່ນນັກສິລະປະການປະຊາຊົນ ເລດຶກຈັ໊ນ ເຊິ່ງແມ່ນລຸ້ນຄົນທີ່ 17 ຂອງວົງຕະກຸນຕໍ່ກຳປັ່ນພື້ນເມືອງຢູ່ເຂດເກາະ ຮ່ານາມ. ເພື່ອຕໍ່ເຮືອສາມແຜ່ນໄດ້ສຳເລັດ, ທ່ານ ຈັ໊ນ ພ້ອມກັບຈຸນາຍຊ່າງ 8 ຄົນ ຕ້ອງໃຊ້ເວລາຢ່າງໜ້ອຍເດືອນໜຶ່ງຈຶ່ງສຳເລັດ. ທ່ານ ຈັ໊ນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຍາມໃດກໍ່ມີຄວາມເປັນຫ່ວງວ່າ ເຮືອປະເພດນີ້ອາດຈະສູນຫາຍໄປໃນໄລຍະທີ່ຈະມາເຖິງ ແຕ່ໂຊກດີທາງແຂວງ ແລະ ບັນດາຫົວໜ່ວຍທ່ອງທ່ຽວໄດ້ສະໜັບສະໜູນຊ່ວຍຕໍ່ເຮືອໃໝ່. ນີ້ແມ່ນສິ່ງທີ່ຂ້າພະເຈົ້າເຫັນໄດ້ເຖິງຜົນສຳເລັດດີທີ່ສຸດ ເພື່ອແຈ້ງຜົນງານຕໍ່ບັນພະບູລຸດ ແລະ ບັນດາຄົນລຸ້ນກ່ອນໆວ່າ ຂ້າພະເຈົ້າໄດ້ເຮັດສຳເລັດໜ້າທີ່ຂອງຕົນ”.
ປັດຈຸບັນມີເຮືອສາມແຜ່ນ 6 ລຳໂດຍຄອຍຄົວຂອງທ່ານ ຈັ໊ນ ໄດ້ຕໍ່ໃໝ່ເພື່ອຮັບໃຊ້ແຂກທ່ອງທ່ຽວ. ຜະລິດຕະພັນເຮືອສາມແຜ່ນ ໂດຍບໍລິສັດຮ່ວມທຸລະກິດຫຸ້ນສ່ວນຂົນສົ່ງແຂກໂດຍສານທາງນ້ຳ ກວ໋າງນິງ ແລະ ບໍລິສັດຫຸ້ນສ່ວນຮັບຊົມທິວທັດທຳມະຊາດ ຫວຽດນາມ ປະຕິບັດການເຄື່ອນໄຫວ. ທ່ານ ຫງວຽນເຕິດຫຽວ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນຮັບຊົມທິວທັດທຳມະຊາດ ຫວຽດນາມ ໃຫ້ຮູ້ວ່າ:
“ກວ໋າງນິງ ແມ່ນແຂວງທີ່ມີຂະແໜງທ່ອງທ່ຽວພັດທະນາ ດ້ວຍລະບົບເຮືອທີ່ທັນສະໄໝ, ແຂກທ່ອງທ່ຽວໄດ້ຄົ້ນຫາຫຼາຍຢ່າງແຕ່ຍັງຄົງຖືກຂາດແຄນຜະລິດຕະພັນທີ່ກ່ຽວຂ້ອງເຖິງຄຸນຄ່າວັດທະນະທຳທາງດ້ານຈິດໃຈ ແລະ ເປັນປະເພນີ. ເປົ້າໝາຍຂອງພວກຂ້າພະເຈົ້າ ແມ່ນພະຍາຍາມຮັກສາອະນຸລັກ ແລະ ເຊີດຊູລັກສະນະອັນເປັນປະເພນີຂອງທ້ອງຖິ່ນ ໂດຍຜ່ານການຟື້ນຟູເຮືອສາມແຜ່ນ”.
ເຮືອສາມແຜ່ນດ້ວຍໃບສະເພົາສີນ້ຳຕານ, ສີແດງໄດ້ເປັນການຫວນຄືນຮູບພາບອ່າວ ຮະລອງ ເມື່ອກ່ອນນີ້. ນອກຈາກເຮືອສາມແຜ່ນແລ່ນຢູ່ອ່າວ ຮະລອງ ນັ້ນ, ຮູບແບບເຮືອສາມແຜ່ນກໍ່ພວມກາຍເປັນຂອງທີ່ລະນຶກເປັນເອກະລັກ ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ ແລະ ຍັງອີກບໍ່ດົນຂະແໜງວັດທະນະທຳທ່ອງທ່ຽວຂອງທ້ອງຖິ່ນ ອາດຈະຈັດຕັ້ງງານແຂ່ງຂັນເຮືອໃບສາມແຜ່ນ ເພື່ອເຊື້ອເຊີນແຂກທ່ອງທ່ຽວມາຮ່ວມເຫດການກິລາລະດັບສາກົນ.







