ວົງການເຈົ້າໜ້າທີ່ ໂປໂລຍ ຢືນຢັນວ່າ ບໍ່ມີແຜນການຜັນຂະຫຍາຍກອງທັບໄປ ຢູແກຼນ ຄືດັ່ງສ່ວນໜຶ່ງຂອງພາລະກຳຮັບປະກັນສະພາບການຢູ່ພາກພື້ນ, ແຕ່ຍັງແມ່ນໜຶ່ງໃນບັນດາສະມາຊິກຫຼັກແຫຼ່ງສຳຂອງພັນທະມິດອາສາສະໝັກ, ສວມບົດບາດແມ່ນສູນພະລາທິການ ແລະ ການເຄື່ອນໄຫວຕົ້ນຕໍຂອງພັນທະມິດນີ້.
ທ່ານ Janusz Onyszkiewicz, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ໂປໂລຍ ຖືວ່າ ສະຖານທີ່ດຳເນີນການຊ້ອມຮົບດ້ານການທະຫານໃນອະນາຄົດຂອງສຳພັນທະມິດບັນດາປະເທດ ພ້ອມແລ້ວຈະຮ່ວມມືຢູ່ ໂປໂລຍ ພຽງແຕ່ແມ່ນສ່ວນໜຶ່ງເມື່ອທຽບໃສ່ບັນດາການຊ້ອມຮົບພວມຈັດຂຶ້ນ. ທ່ານອະທິບາຍວ່າ ບັນດາສະມາຊິກສຳພັນທະມິດ ເອີລົບ ພວມກະກຽມໃຫ້ແກ່ແຜນການທີ່ອາດຈະເກີດຂຶ້ນ, ໃນນັ້ນໄດ້ສັ່ງຊາກໍລະນີເກີດການປະທະກັນຢູ່ ຢູແກຼນ ຈະສິ້ນສຸດລົງ ສ້າງຄວາມຕ້ອງການກ່ຽວກັບການມີໜ້າດ້ານການທະຫານສາກົນ ເພື່ອຕິດຕາມບໍ່ວ່າຂໍ້ຕົກລົງໃດໆໃນອະນາຄົດ.
ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ເລື່ອງ ໂປໂລຍ ຍັງບໍ່ທັນຜັນຂະຫຍາຍກອງທັບໄປ ຢູແກຼນ ເປັນຕົ້ນແມ່ນຍ້ອນຊັ່ງຊາດ້ານການເມືອງຢູ່ພາຍໃນປະເທດ.




