ຄໍ່າວັນທີ 19 ກໍລະກົດ, ຢູ່ແຂວງແຄງຮວ່າ, Festival ທະເລແຄງຮວ່າ 2026 ໄດ້ປິດລົງ ພາຍຫຼັງ ຈັດຂຶ້ນຢ່າງຟົດຟື້ນເປັນເວລາສາມວັນ ດ້ວຍບັນດາກິດຈະກໍາວັດທະນະທໍາ, ສິລະປະ, ກິລາ ແລະ ທ່ອງທ່ຽວທີ່ເປັນເອກະລັກ. ຜົນສໍາເລັດຂອງກິດຈະກໍານີ້ບໍ່ພຽງແຕ່ແມ່ນການໂຄສະນາ ພາບພົດແຂວງແຄງຮວ່າ ຫຼັງຈາກທ້ອນໂຮ່ມເທົ່ານັ້ນ ຫາກຍັງໄດ້ເປີດໂອກາດການຮ່ວມມື, ສ້າງພື້ນຖານ ເພື່ອ ໃຫ້ທ້ອງຖິ່ນເປັນເຈົ້າພາບຈັດບັນດາກິດຈະກໍາ ສາກົນໃນໄລຍະຈະມາເຖິງອີກດ້ວຍ.
ກ່າວຄໍາເຫັນໃນພິທີໄຂ, ທ່ານ ຫງວຽນລອງບຽນ, ຮອງປະທານຜູ້ປະຈໍາການຄະນະກໍາມະການ ປະຊາຊົນແຂວງແຄງຮວ່າ, ຫົວໜ້າຄະນະຈັດຕັ້ງ Festival ທະເລແຄງຮວ່າ 2026 ໄດ້ເນັ້ນໜັກວ່າ:
“ບັນດາການຮັບຊົມອັນງົດງາມທີ່ Festival ທະເລແຄງຮວ່າ ປະຈໍາປີ 2026 ຈະສືບຕໍ່ໃຫ້ ເພື່ອນມິດພາຍໃນ ແລະ ຕ່າງປະເທດຫຍັບມໍ່ໆເຂ້ົາກັບແຄງຮວ່າ. ກວ່າອີກ. ຍາມໃດແຄງຮວ່າເປີດກວ້າງອ້ອມແຂນມືຮັບຕ້ອນເພື່ອນມິດ ມາຈາກທຸກສາລະທິດ ແລະ ຫວັງວ່າຈະໄດ້ຕ້ອນຮັບແຂກໃນລະດູ Festival ທະເລຄັ້ງຕໍ່ໄປ, ບ່ອນທີ່ມີທະເລຂຽວສົດ, ນໍ້າໃຈຄົນອົບເອື້ອອາລີ ແລະ ມີຄວາມມຸງຫັວງຈະກ້າວສູ່ອອກທະເລໃຫຍ່ໄດ້ສືບຕໍ່ສ້າງສີສັນໃໝ່”
ແຂວງແຄງຮວ່າຈະວາງຈຸດໝາຍຈະສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ຮູບແບບການຈັດຕັ້ງ ເພື່ອ ໃຫ້ Festival ທະເລແຄງຮວ່າ ກາຍເປັນເຄື່ອງໝາຍການຄ້າວັດທະນະທໍາລະດັບສາກົນ ເປັນກໍາລັງໜູນຊຸກຍູ້ການພັດທະນາ ເສດຖະກິດ, ການທ່ອງທ່ຽວ, ດຶງດູດການລົງທຶນ ແລະ ຫັນຄວາມມຸງຫວັງພັດທະນາໄວ, ຍືນຍົງໃນ ສັງກາດໃໝ່ໃຫ້ປະກົດຜົນເປັນຈິງ




