ຕູ້ຄອນແຕເນີຂົນສົ່ງຜະລິດຕະພັນກະເສດຫວຽດນາມ ສົ່ງອອກໄປຍັງ ຈີນ (ພາບ: TTXVN)

ນີ້ແມ່ນກົນໄກໃນຮ່ວມມືຂອບເຂດຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ-ຈີນ ໄດ້ຈັດຂຶ້ນທຸກປີແນໃສ່ແລກປ່ຽນບັນດາມາດຕະການສຳລັບບັນດາບັນຫາມີຄວາມຫຍຸ້ງຍາກໃນການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ.

ທີ່ກອງປະຊຸມ, ສອງຝ່າຍໄດ້ທົບທວນຄືນສະພາບການຮ່ວມມືດ້ານເສດຖະກິດການຄ້າ ຫວຽດນາມ-ຈີນ ນັບແຕ່ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດ(ເດືອນ ທັນວາ ປີ 2019)ມາຮອດປະຈຸບັນ ແລະ ຮັບຮູ້ວ່າ, ຫຼາຍບັນຫາທີ່ໄດ້ແລກປ່ຽນຢູ່ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດໄດ້ສົມທົບກັນແກ້ໄຂ. ສອງຝ່າຍກໍ່ຕີລາຄາສູງຕໍ່ການສົມທົບຢ່າງແໜ້ນແຟ້ນຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນສອງປະເທດໃນການສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກນຳເຂົ້າສິນຄ້າ, ທັງສົມທົບກັນຄວບຄຸມເຊື້ອພະຍາດໄດ້ເປັນຢ່າງດີ.