ພາບປະກອບ: baochinhphu.vn |
ໂຄງການເພື່ອແນໃສ່ຊຸກຍູ້ການປະຕິບັດສົນທິສັນຍາຂອງສປຊກ່ຽວກັບສິດຂອງຄົນພິການ ແລະ ກົດໝາຍວ່າດ້ວຍຄົນພິການ, ປັບປຸງຄຸນນະພາບການດຳລົງຊີວິດຂອງຄົນພິການ, ສ້າງເງື່ອນໄຂເພື່ອໃຫ້ຄົນພິການໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຂອງສັງຄົມຢ່າງສະເໝີພາບ, ສ້າງສະພາບແວດລ້ອມທີ່ບໍ່ມີຮົ້ວກີດຂວາງ, ຮັບປະກັນສິດແລະຜົນປະໂຫຍດອັນຊອບທຳໃຫ້ແກ່ຄົນພິການ ແລະ ໜູນຊ່ວຍຄົນພິການເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ.
ໃນໄລຍະ 2026 – 2030, ໂຄງການສູ້ຊົນເພື່ອໃຫ້ປະມານ 90%ຈຳນວນຄົນພິການໄດ້ສຳຜັດກັບການບໍລິການດ້ານສາທາລະນະສຸກ, 80% ເດັກເກີດໃໝ່ ຫາ ອາຍຸ 6 ປີໄດ້ຮັບການກວດພົບການເປັນພິການມາຕັ້ງແຕ່ເກີດ…








