VOV WorldVOV World
ຫວຽດ​ນາມ-ລາວເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​
26/07/2019 07:30
(VOVWORLD) - ທ່ານນາຍົກລັດຖະມົນຕີທອງລຸນສີສຸລິດແລະທ່ານລັດຖະມົນຕີຈັນສະໝອນຈັນຍາລາດສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ຄົ້ນຄວ້າຊອກຫາຂົງເຂດການຮ່ວມມືໃຫມ່ເພື່ອເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກແລະມີປະສິດທິຜົນ.
ຫວຽດ​ນາມ-ລາວເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​
ກອງປະຊຸມລະຫວ່າງກະຊວງປ້ອງກັນປະເທດສອງປະເທດຫວຽດນາມ-ລາວ ໂດຍຕອບຮັບຄຳເຊີນຂອງທ່ານພົນຕີອ່ອນສີແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ວັນທີ 25 ກໍລະກົດທີ່ນະຄອນຫຼວງວຽງຈັນ, ສປປລາວ, ທ່ານພົນໂທຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ນຳພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມເດີນທາງໄປແລກປ່ຽນນະໂຍບາຍປ້ອງກັນປະເທດຄັ້ງທີ 1  ກັບກະຊວງປ້ອງກັນປະເທດລາວ. ຕອນບ່າຍວັນທີ 25 ກໍລະກົດ, ທ່ານພົນໂທຫງວຽນຈີ໊ວິ້ງໄດ້ເຂົ້າຢ້ຽມຄຳນັບທ່ານທອງລຸນສີສຸລິດນາຍົກລັດຖະມົນຕີລາວແລະທ່ານພົນເອກ ຈັນສະໝອນ ຈັນຍາລາດລັດຖະມົນຕີ ກະຊວງປ້ອງກັນປະເທດລາວ. ທີ່ການຕ້ອນຮັບ, ບັນດາການນຳລາວໄດ້ເນັ້ນໜັກວ່າ: ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳທີ່ສຳຄັນຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບແລະປະຊາຊົນສອງປະເທດ. ທ່ານນາຍົກລັດຖະມົນຕີທອງລຸນສີສຸລິດແລະທ່ານລັດຖະມົນຕີຈັນສະໝອນຈັນຍາລາດສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ຄົ້ນຄວ້າຊອກຫາຂົງເຂດການຮ່ວມມືໃຫມ່ເພື່ອເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກແລະມີປະສິດທິຜົນ. ທ່ານພົນໂທຫງວຽນຈີ໊ວິ້ງກໍ່ໄດ້ເນັ້ນໜັກວ່າ: ກະຊວງປ້ອງກັນປະເທດຫວຽດນາມຍາມໃດກໍ່ມີການຊາບຊຶມຢ່າງເລິກເຊິ່ງຕໍ່ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງແລະຄວາມໝາຍຂອງການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ສະເໜີໃຫ້ລັດຖະບານ, ກະຊວງປ້ອງກັນປະເທດລາວສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການ, ກົມກອງກອງທັບໃນການຜັນຂະຫຍາຍເນື້ອໃນຂອງອະນຸສັນຍາ, ແຜນການຮ່ວມມືປະຈຳປີແລະບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງແລະກະຊວງປ້ອງກັນປະເທດສອງປະເທດໃຫ້ມີປະສິດທິຜົນ. ກ່ອນນີ້, ຢູ່ສຳນັກງານກະຊວງປ້ອງກັນປະເທດລາວໄດ້ດຳເນີນການແລກປ່ຽນນະໂຍບາຍປ້ອງກັນປະເທດຫວຽດນາມ-ລາວ ຄັ້ງທີ 1ໂດຍທ່ານພົນໂທຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມແລະທ່ານພົນຕີອ່ອນສີແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ຮ່ວມກັນເປັນປະທານ.
TAG
VOV/VOVworld/ຫວຽດ​ນາມ/ລາວ/​​ປ້ອງ​ກັນ​ຊາດ​