ຫວຽດນາມ ມອບເຄື່ອງອຸປະກອນການແພດ 2 ໂຕນໃຫ້ແກ່ ຕວກກີ
13/02/2023 09:45
(VOVWORLD) - ຈຳນວນເຄື່ອງອຸປະຖຳລວມມີ: ຢຸກຢາສຸກເສີນ, ຢາຈຳເປັນ, ເຄື່ອງວັດຖຸອຸປະກອນການແພດຕ່າງໆ, ຄ້າຍ, ພາຫະນະ, ທາດເຄມີປ້ອງກັນ, ຕ້ານໂລກລະບາດ….

(ພາບ: ກົມປ້ອງກັນໄຟໄໝ້ ແລະ ກູ້ໄພກູ້ຊີບ) ຕອນບ່າຍວັນທີ 12 ກຸມພາ, ຢູ່ນະຄອນ Adiyaman ປະເທດຕວກກີ, ຄະນະປະຕິບັດງານກູ້ໄພກູ້ຊີບສາກົນຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດດ້ວຍປະລິມານ 2 ໂຕນໃຫ້ແກ່ ຕວກກີ ຜ່ານອົງການຮັບມືກັບໄພພິບັດ ແລະ ກໍລະນີຮີບດ່ວນ (AFAD) ຂອງປະເທດນີ້. ຈຳນວນເຄື່ອງອຸປະຖຳດັ່ງກ່າວລວມມີ: ຢຸກຢາສຸກເສີນ, ຢາຈຳເປັນ, ເຄື່ອງວັດຖຸອຸປະກອນການແພດຕ່າງໆ, ຄ້າຍ, ພາຫະນະ, ທາດເຄມີປ້ອງກັນ, ຕ້ານໂລກລະບາດ…. ທ່ານ Isamail Sahin ຮອງຜູ້ອຳນວຍການ ອົງການຮັບມືກັບໄພພິບັດ ແລະ ກໍລະນີຮີບດ່ວນ (AFAD) ປະຈຳ Adiyaman, ໄດ້ຕີລາຄາສູງການໜູນຊ່ວຍຢ່າງທັນການຂອງ ຫວຽດນາມ ແລະ ທ່ານໄດ້ພົບປະກັບທ່ານພັນເອກ ຫງວຽນມິນເຄືອງ ເພື່ອສະແດງຄຳຂອບອົກຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປຊຊ ຫວຽດນາມ.
TAG
VOV/VOVworld/ມອບເຄື່ອງອຸປະກອນການແພດ/2 ໂຕນ/ທ່ານ Isamail Sahin
Related





