ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ (ພາບ: VGP) |
ຢັ້ງຢືນວ່າໂຮງຮຽນບໍ່ແມ່ນບ່ອນທີ່ມີຄວາມສ່ຽງເກີດໂລກລະບາດ Covid – 19, ບັນດານັກຊ່ຽວຊານໄດ້ຕັກເຕືອນວ່າ ຕ້ອງເອົາໃຈໃສ່ເປັນພິເສດເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ບັນດາໂຮງໝໍ, ຕະຫຼາດ, ຍານພາຫະນະປະຈຳທາງ… ບົນພື້ນຖານຄຳເຫັນຂອງບັນດານັກຊ່ຽວຊານດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມໄດ້ຊີ້ແຈ້ງວ່າ, ເຊື້ອກໍ່ໃຫ້ເກີດພະຍາດຢູ່ພາຍໃນປະເທດ ໄດ້ຮັບການຄວບຄຸມໃຫ້ເປັນຢ່າງດີແລ້ວ ແຕ່ວ່າ ສະພາບການໂລກລະບາດ ໃນໂລກຍັງຄົງມີການຜັນແປຢ່າງສັບສົນ. ປັດຈຸບັນ, ຫຼັກການໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນຕ້ອງຄວບຄຸມເຊື້ອກໍ່ໃຫ້ເກີດພະຍາດທີ່ມາຈາກຕ່າງປະເທດຢ່າງແໜ້ນແຟ້ນເພື່ອໂຍະຍານລະບຽບການພາຍໃນ.








