|
(ພາບ: ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານ ຂອງຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ມີການໂອ້ລົມສົນທະນາ ແລະ ເຈລະຈາ ລະຫວ່າງ ບັນດາຝ່າຍເພື່ອແກ້ໄຂບັນດາຄວາມແຕກຕ່າງກັນໃນປັດຈຸບັນ, ພ້ອມທັງເນັ້ນໜັກເຖິງການສືບຕໍ່ປະຕິບັດຢ່າງຄົບຖ້ວນຂໍ້ຕົກລົງສ້າງສັນຕິພາບໃນປີ 2015 ຢ່າງຄົບຖ້ວນ, ສະເໜີໃຫ້ມີບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຊາວມາລີ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ, ສະໜັບສະໜູນບົດບາດຂອງສປຊ, ສະຫະພາບອາຟຼິກກາ, ສະຫະພາບເອີລົບ…ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ມາລີ.








