VOV WorldVOV World
ຫວຽດນາມ - ແດນມາກຮ່ວມມືກຳຈັດສິ່ງເສດເຫຼືອ ແລະ ຜະລິດພະລັງງານຄືນໃໝ່
07/03/2013 09:03
ຫວຽດນາມ - ​ແດນ​ມາກ​ຮ່ວມ​ມື​ກຳ​ຈັດ​ສິ່ງ​​ເສດ​ເຫຼືອ ​ແລະ ຜະລິດ​ພະລັງງານ​ຄືນ​ໃໝ່
ຫວຽດນາມ - ແດນມາກຮ່ວມມືກຳຈັດສິ່ງເສດເຫຼືອ ແລະ ຜະລິດພະລັງງານຄືນໃໝ່
ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແດນມາກ ເປັນສັກຂີພິຍານພິທີລົງນາມ (ພາບປະກອບ) (vovworld) - ກອງ​ປະຊຸມ​ສຳ​ມະ​ນາ “ການຮ່ວມ​ມື ຫວຽດນາມ - ​ແດນ​ມາກ ​ໃນ​ຂົງ​ເຂດ​ກຳຈັດ​ສິ່ງ​ເສດ​ເຫຼືອ ​ແລະ ຜະລິດ​ພະລັງງານ​ຄືນ​ໃໝ່” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/3 ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງທ່ານນາງ ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ການ​ລົງທຶນ ​ແດນ​ມາກ Pia Olsen Dyhr, ​ເນື່ອງ​ໃນ​ໂອກາດ​ທີ່ທ່ານ​ນາງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ກາວ​ລ້າຍ​ກວາງ ​ແລະ ວິ​ສາ​ຫະກິດ ​ແດນ​ມາກ, ຫວຽດນາມ ຫຼາຍ​ແຫ່ງ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ກາວ​ລ້າຍ​ກວາງ ​ໃຫ້​ຮູ້​ວ່າ: ຕາມ​ການ​ສະຖິຕິ​ຂອງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ ຫວຽດນາມ ​ແລ້ວ, ປະລິມານ​ສິ່ງ​ເສດ​ເຫຼືອ​ໃນ​ການ​ດຳລົງ​ຊີວິດ ຢູ່ ຫວຽດນາມ ​ແມ່ນ​ປະມານ 17 ລ້ານ​ໂຕນ/ ປີ. ​ເຖິງ​ວ່າ​ລັດຖະບານ ຫວຽດນາມ ​ໄດ້​ກໍ່ສ້າງ​ກອບ​ກົດໝາຍ, ລົງທຶນ​ຢ່າງ​ແຮງ​ໃຫ້​ແກ່​ຂົງ​ເຂດ​ກຳຈັດ​ສິ່ງ​​ເສດ​ເຫຼືອ ​ແລະ ຜະລິດ​ພະລັງງານ​ຄືນ​ໃໝ່, ​ແຕ່​​ໂດຍ​​ແມ່ນປະ​ເທດ​ພວມ​ພັດທະນາ, ຫວຽດນາມ ຕ້ອງການ​ແຫຼ່ງ​ເງິນໜູນ​ຊ່ວຍ, ລົງທຶນ​ຈາກ​ພາຍ​ນອກຫຼາຍ, ພິ​ເສດ​ແມ່ນ​ບັນດາ​ບົດຮຽນ, ຄວາມ​ຮູ້ ​ແລະ ​ເຕັກ​​ໂນ​ໂລ​ຢີ ຈາກ ​ແດ​ນມາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານນາງ ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ການ​ລົງທຶນ ​ແດນ​ມາກ Pia Olsen Dyhr ຮຽກຮ້ອງ​ໃຫ້​ບັນດາ​ນັກ​ລົງທຶນ ​ແດນ​ມາກ ​ເອົາ​ໃຈ​ໃສ່​ລົງທຶນ​ເຂົ້າ​ຂົງ​ເຂດ​ນີ້​ກ່ວາ​ອີກ, ປະກອບສ່ວນ​ຫັນ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ແດນ​ມາກ ເປັນ​ລະອຽດ. ທ່ານ​ນາງ​ໄດ້​ກ່າວ​ວ່າ:
TAG
ກຳ​ຈັດ