ຫວຽດນາມ ເນັ້ນໜັກເຖິງການ ຕ້ອງແກ້ໄຂສິ່ງທ້າທາຍກໍ່ການຮ້າຍຢູ່ ຊີຣີ (ພາບ: AFP/TTXVN)

ຕໍ່ໜ້າບັນດາສິ່ງທ້າທາຍຄວາມໝັ້ນຄົງ ແລະ ຂາດສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມຢູ່ ຊີຣີ ນັ້ນ, ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ມາດຕະການດ້ານການເມືອງຢ່າງຮອບດ້ານ, ຍາວນານ ແລະ ຮັບປະກັນສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ສະຖຽນລະພາບ ເພື່ອຮັບໃຊ້ໃຫ້ແກ່ການເຈລະຈາ. ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ ໄດ້ສະແດງຄວາມວິຕົກກັງວົນຕໍ່ຜົນກະທົບຈາກວິກິດການເສດຖະກິດ ແລະ ໂລກລະບາດໂຄວິດ-19 ທີ່ມີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຊີຣີ ນັບຫລາຍລ້ານຄົນ, ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການໜູນຊ່ວຍມະນຸດສະທຳ ກໍ່ຄືໜູນຊ່ວຍຄວາມສາມາດຮັບມືກັບໂລກລະບາດໂຄວິດ-19 ໃຫ້ແກ່ປະຊາຊົນ ຊີຣີ.