VOV WorldVOV World
ຫວຽດນາມ ພ້ອມແລ້ວຜັນຂະຫຍາຍບັນດາມາດຕະການປົກປ້ອງພົນລະເມືອງ ຫວຽດນາມ ປະຈຳ ຕວັກກີ ແລະ ຊີຣີ ເມື່ອມີຄວາມຈຳເປັນ
12/02/2023 08:28
(VOVWORLD) -ເຂດເກີດເຫດແຜ່ນດິນໄຫວບໍ່ມີຊາວ ຫວຽດນາມ ດຳລົງຊີວິດຫຼາຍ ແລະ ມາຮອດປະຈຸບັນຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ເສຍຊີວິດ, ຖືກບາດເຈັບເທື່ອ.
ຫວຽດນາມ ພ້ອມແລ້ວຜັນຂະຫຍາຍບັນດາມາດຕະການປົກປ້ອງພົນລະເມືອງ ຫວຽດນາມ ປະຈຳ ຕວັກກີ ແລະ ຊີຣີ ເມື່ອມີຄວາມຈຳເປັນ
ວັນທີ 11 ກຸມພາ, ເມື່ອຖະແຫລງຂ່າວຕໍ່ສື່ມວນຊົນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ຕາມສະຖານທູດ ຫວຽດນາມ ປະຈຳ ຕວັກກີ ແລະ ສະຖານທູດ ຫວຽດນາມ ປະຈຳ ອີຣານ ທັງຢູ່ ຊີຣີ ແລ້ວ, ໃນຊຸມມືື້ຜ່ານມາສະຖານທູດ ຍັງສືບຕໍ່ຮັກສາການຕິດຕໍ່ກັບບັນດາອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ທ້ອງຖິ່ນເປັນປະຈຳ ເພື່ອຊອກຮູ້ຂໍ້ມູນກ່ຽວກັບກໍລະນີອາດຈະ ມີຊາວ ຫວຽດນາມ  ເສຍຊີວິດຫລືຖືກບາດເຈັບໃນເຫດແຜ່ນດິນໄຫວ ແລະ ກະກຽມແຜນການເພື່ອຜັນຂະຫຍາຍບັນດາມາດຕະການປົກປ້ອງໃນກໍລະນີຈຳເປັນຢ່າງໄວ. ສະຖານທູດປະຈຳ 2 ປະເທດໃຫ້ຮູ້ວ່າ, ເຂດເກີດເຫດແຜ່ນດິນໄຫວບໍ່ມີຊາວ ຫວຽດນາມ ດຳລົງຊີວິດຫຼາຍ ແລະ ມາຮອດປະຈຸບັນຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ເສຍຊີວິດ, ຖືກບາດເຈັບເທື່ອ. ຢູ່ ຕວັກກີ, ມີພົນລະເມືອງ ຫວຽດນາມ 6 ຄົນຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວ, ປະຈຸບັນພວມປະສົບກັບຄວາມຫຍຸ້ງຍາກ ແລະ ຂາດເຂີນທີ່ສຸດ. ສະຖານທູດ ຫວຽດນາມ ປະຈຳ ຕວັກກີ ໄດ້ຕິດຕໍ່, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍດ້ານການເງິນ ແລະ ເຄື່ອງອຸປະກອນ ເພື່ອໃຫ້ບັນດາພົນລະເມືອງ ຫວຽດນາມ ແກ້ໄຂຄວາມຫຍຸ້ງຍາກໃນການດຳລົງຊີວິດໄດ້ສ່ວນໃດສ່ວນໜຶ່ງ. ກໍ່ໃນຊຸມມື້ຜ່ານມາ, ສະຖານທູດ 2 ແຫ່ງດັ່ງກ່າວ ໄດ້ແລກປ່ຽນກັບອຳນາດການປົກຄອງທ້ອງຖິ່ນເປັນປະຈຳ, ສົ່ງຄຳຢື້ຢາມຖາມຂ່າວຂອງການນຳ ຫວຽດນາມ ແລະ ຜັນຂະຫຍາຍບາງການເຄື່ອນໄຫວແທດຈິງເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ.
TAG
VOV/VOVworld/​ຕິດ​ຕໍ່/ຢື້​ຢາມ​ຖາມ​ຂ່າວ/ລະ​ດົມ​ກຳ​ລັງ​ໃຈ